Home ຂ່າວສານຂ່າວ ການເຄື່ອນໄຫວ ສພບ ສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງ ທີ II ຂອງອົງຄະນະພັກ ກວຕ

ສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງ ທີ II ຂອງອົງຄະນະພັກ ກວຕ

by admin

ຫ້ອງການ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ (ສພວ) ຈັດກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບຂຶ້ນ ໃນຕອນແລງຂອງວັນທີ 3 ກໍລະກົດ 2019 ທີ່ສະໜາມກິລາບານເຕະ ເຟີເລີລີ ຊຶ່ງໃຫ້ກຽດເຂົ້າຮ່ວມກິດຈະກຳແຂ່ງຂັນກິລາຄັ້ງນີ້ ມີທ່ານ ພຸດທະສັກ ວິຈິດ ຕຣາ, ຫົວໜ້າຫ້ອງການ ແລະ ທ່ານ ຮອງຫົວໜ້າ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກວຕ.

ການຈັດກິດຈະກຳຄັ້ງນີ້ ແມ່ນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ II ຂອງ ອົງ ຄະນະພັກ ກວຕ, ກອງປະຊຸມໃຫຍ່ ຄັ້ງທີ II ຂອງບັນດາໜ່ວຍພັກ ຫ້ອງການ, ກົມ, ສະຖາບັນ, ກອງປະຊຸມ ໃຫຍ່ ຄັ້ງທີ II ຂອງສາມອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ, ກຳມະບານ ແລະ ແມ່ຍິງ ທົ່ວ ກວຕ ແລະ ເພື່ອເປັນ ການຮັດແໜ້ມຄວາມສາມັກຄີ, ການພົວພັນ ແລະ ຮ່ວມມື ລະຫວ່າງ ອ້າຍນ້ອງພະນັກງານ ຫ້ອງການ ແລະ ສະຖາ ບັນພະລັງງານທົດແທນ ແລະ ວັດສະດຸໃໝ່.

ການແຂ່ງຂັນຄັ້ງນີ້ ເປັນການພົບກັນ ລະຫວ່າງ ຄະນະບານເຕະຊາຍຫ້ອງການ ພົບກັບ ຄະນະບານເຕະ ຊາຍສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່. ຜົນການແຂ່ງຂັນ, ຫ້ອງການ ຊະນະ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ດ້ວຍຄະແນນ 6:0 ປະຕູ.

ເຂົ້າຮ່ວມຮັບຊົມການແຂ່ງຂັນຄັ້ງນີ້ ມີບັນດາ ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິ ຊາການທັງສອງພາກສ່ວນ.

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!