Home ຂ່າວສານຂ່າວ ການເຄື່ອນໄຫວ ສພບ 13 ໜ່ວຍພັກ ພາຍໃນອົງຄະນະພັກ ກວຕ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

13 ໜ່ວຍພັກ ພາຍໃນອົງຄະນະພັກ ກວຕ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

by admin

ໂດຍຈັດຕັ້ງປະຕິບັດຕາມຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 291/ຄຈສພ, ສະບັບລົງວັນທີ 26 ເມສາ 2018, ອີງຕາມການຄົ້ນຄວ້າຂອງກອງປະຊຸມຄະນະກວດກາ ແລະ ປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງວັນທີ 9 ມິຖຸນາ 2020 ແລະ ມະຕິຕົກລົງວ່າດ້ວຍການຮັບຮອງເປັນຫນ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2019 ສະບັບເລກທີ 125/ຄພ.ກວຕ. ໃນວັນທີ 21 ກໍລະກົດ 2020 ນີ້, ອົງຄະນະພັກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນດາໜ່ວຍພັກຫ້ອງການ, ກົມ, ສະຖາບັນ ພາຍໃນອົງຄະນະພັກ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ (ຫຼັກ 14, ບ້ານດອນຕິ້ວ) ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາຄະນະພັກກະຊວງ, ເລຂາໜ່ວຍພັກຫ້ອງການ, ກົມ, ສະຖາບັນ ພ້ອມດ້ວຍສະມາຊິກພັກພາຍໃນ ກວຕ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ, ສະຫາຍ ບຸນປອນ ບົວແພງ, ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານໄດ້ຂຶ້ນຜ່ານບົດສະຫຼຸບສະພາບການເຄື່ອນໄຫວ ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ປີ 2019 ຊຶ່ງພາຍຫຼັງສໍາເລັດກອງປະຊຸມບັ້ນປັບປຸງປົວແປງພັກ ປີ 2018 ຂອງຄະນະບໍລິຫານງານ ອົງຄະນະພັກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ຄະນະພັກ, ຄະນະໜ່ວຍວຍພັກ ພ້ອມດ້ວຍສະມາຊິກພັກ ໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ເວົ້າລວມ, ເວົ້າສະເພາະ ກໍຄືມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງ ບັນດາໜ່ວຍພັກ, ທັງເປັນທິດທາງແຜນການ ແລະ ຄາດໝາຍສູ້ຊົນ. ໃນນັ້ນ, ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ວາງຄາດໝາຍສູ້ຊົນຢ່າງໜ້ອຍບໍ່ໃຫ້ຫຼຸດ 80% ຂອງຈໍານວນໜ່ວຍພັກ ໃນປີ 2019.

ອົງຄະນະພັກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ນຳພາສະມາຊິກພັກ, ຄະນະໜ່ວຍພັກທຸກສະຫາຍ ໄດ້ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ, ເຫື່ອແຮງ ແລະ ປຸ້ມລຸມຄວາມສາມັກຄີເປັນກ້ອນກໍາລັງແຮງຈັດຕັ້ງປະຕິບັດແຜນການທີ່ໄດ້ຮັບຮອງຢ່າງເປັນທາງການເຂົ້າສູ່ຕົວຈິງ, ສອດຄ່ອງ ກັບເງື່ອນໄຂ ຂອງຕົນຢ່າງຕັ້ງໜ້າ ໂດຍຜ່ານຂະບວນການເຄື່ອນໄຫວຕ່າງໆ ຊຶ່ງເປັນເງື່ອນໄຂສໍາຄັນໃນການກວດກາ ແລະ ປັບປຸງກໍ່ສ້າງເຊິ່ງກັນ ແລະ ກັນໃນດ້ານຄຸນທາດການເມືອງ, ດ້ານການຈັດຕັ້ງ, ການປະຕິບັດແນວທາງຂອງພັກກົດໝາຍຂອງລັດ ເພື່ອເລືອກເຟັ້ນຊອກຫາບຸກຄົນທີ່ດີເດັ່ນໃນຂະບວນການເພື່ອເປັນເປົ້າໝາຍກໍ່ສ້າງເປັນສະມາຊິກພັກທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ບັນດາໜ່ວຍພັກ ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຕົນ ໂດຍໄດ້ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ ພາຍໃນໜ່ວວຍພັກ ຢ່າງລະອຽດ ເພື່ອນໍາພາຈັດຕັ້ງກວດກາ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການ ແລະ ຕີລາຄາຄວາມຮັບຜິດຊອບຂອງສະມາຊິກພັກແຕ່ລະສະຫາຍ, ຕີລາຄາປະເມີນຜົນຢ່າງລະອຽດພາວະວິໄສ, ສ່ອງແສງເຖິງສະພາບຄວາມເປັນຈິງຂອງການເຄື່ອນໄຫວ ຊີ້ນໍາ-ນໍາພາ ຂອງຄະນະໜ່ວຍພັກ ເພື່ອຕີລາຄາປະເພດໜ່ວຍພັກ ແລະ ຈັດປະເພດຕໍ່ບັນດາສະຫາຍສະມາຊິກພັກ ຊຶ່ງແຕ່ລະໜ່ວຍພັກຕ້ອງມີສະມາຊິກພັກແຂງກວມ 80% ຂຶ້ນໄປ ແລະ ມີຄະແນນບັນລຸ 9-10 ຄະແນນ.

ມາຮອດປັດຈຸບັນ, ຄະນະພັກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ອອກມະຕິຕົກລົງ ສະບັບເລກທີ 125/ຄພ.ກວຕ, ລົງວັນທີ 1 ມິຖຸນາ 2020 ວ່າດ້ວຍການຮັບຮອງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2019 ຈໍານວນ 13 ໜ່ວຍພັກ ປະກອບມີ: ໜ່ວຍພັກຫ້ອງການ, ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ໜ່ວຍພັກກົມແຜນການ ແລະ ຮ່ວມມື, ໜ່ວຍພັກກົມກວດກາ, ໜ່ວຍພັກກົມຊັບສິນທາງປັນຍາ, ໜ່ວຍພັກກົມວິທະຍາສາດ, ໜ່ວຍພັກກົມມາດຕະຖານ ແລະ ວັດແທກ, ໜ່ວຍພັກກົມເຕັກໂນໂລຊີດິຈິຕ໋ອນ, ໜ່ວຍພັກກົມເຕັກໂນໂລຊີ ແລະ ນະວັດຕະກໍາ, ໜ່ວຍພັກສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ໜ່ວຍພັກສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ໜ່ວຍພັກສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ແລະ ໜ່ວຍພັກຫ້ອງການສະພາວິທະຍາສາດ ແຫ່ງຊາດ. ການມອບໃບຢັ້ງຢືນດັ່ງກ່າວແມ່ນເປັນປີທໍາອິດຂອງບັນດາໜ່ວຍພັກ ກໍຄືອົງຄະນະພັກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈາກທັງຫມົດ 14 ໜ່ວຍພັກ. ສ່ວນໜຶ່ງໜ່ວຍພັກຄື ໜ່ວຍພັກສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນໜ່ວຍພັກທີ່ສ້າງຂຶ້ນໃໝ່ ປັດຈຸບັນແມ່ນໄດ້ສໍາເລັດຮັບຮອງເອົາແຜນກໍ່ສ້າງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຈະໄດ້ຮັບການປະເມີນໃນປີ 2020.

ໃນພິທີອັນສະຫງ່າລາສີດັ່ງກ່າວ ກໍໄດ້ມີພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັນ ໃຫ້ແກ່ບັນດາໜ່ວຍພັກຫ້ອງການ, ກົມ, ສະຖາບັນ ຈຳນວນ 13 ໜ່ວຍພັກ ແລະ ໂອກາດດຽວກັນນີ້, ຍັງໄດ້ຈັດພິທີມອບບັດສະມາຊິກ ໃຫ້ແກ່ສະມາຊິກພັກສົມບູນທີ່ຜ່ານມາດຖານເງື່ອນໄຂ ຊຸດທີ VIII ຈໍານວນ 55 ສະຫາຍ, ຍິງ 20 ສະຫາຍ ຊຶ່ງໃຫ້ກຽດຂຶ້ນມອບໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ພາຍຫຼັງສໍາເລັດພິທີດັ່ງກ່າວ, ບັນດາສະມາຊິກພັກທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງສະຫາຍປະທານ ຊຶ່ງເຕັມໄປດ້ວຍເນື້ອໃນທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນເຂັມຊີ້ທິດເຍື່ອງທາງໃນການຜັນຂະຫຍາຍເຂົ້າສູ່ການຈັດຕັ້ງປະຕິບັດວຽກງານໃນແຕ່ລະຂົງເຂດວຽກງານຂອງບັນດາສະມາຊິກພັກໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!