Home ຂ່າວສານ ຝືກອົບຮົມວິຊາການສ້າງຄວາມອາດສາມາດ ໃນການນຳໃຊ້ ເຕັກໂນໂລຊີ ເຄື່ອງອົບແຫ້ງພະລັງງານແສງຕາເວັນ ຄວບຄຸມດ້ວຍ ລະບົບ IoT  ເພື່ອເພີ່ມປະສິດທິພາບ  ໃນການແປຮູບຜະລິດຕະພັນອົບແຫ້ງກະສິກຳ ແລະ ສິນຄ້າ ODOP

ຝືກອົບຮົມວິຊາການສ້າງຄວາມອາດສາມາດ ໃນການນຳໃຊ້ ເຕັກໂນໂລຊີ ເຄື່ອງອົບແຫ້ງພະລັງງານແສງຕາເວັນ ຄວບຄຸມດ້ວຍ ລະບົບ IoT  ເພື່ອເພີ່ມປະສິດທິພາບ  ໃນການແປຮູບຜະລິດຕະພັນອົບແຫ້ງກະສິກຳ ແລະ ສິນຄ້າ ODOP

by Sachai Saykhammoun

ຝືກອົບຮົມວິຊາການ ສ້າງຄວາມອາດສາມາດ ໃນການນຳໃຊ້ ເຕັກໂນໂລຊີ ເຄື່ອງອົບແຫ້ງພະລັງງານແສງຕາເວັນ ຄວບຄຸມດ້ວຍ ລະບົບ IoT ເພື່ອເພີ່ມປະສິດທິພາບ ໃນການແປຮູບຜະລິດຕະພັນອົບແຫ້ງກະສິກຳ ແລະ ສິນຄ້າ ODOP

ຕອນເຊົ້າ ວັນທີ 17 ມີນາ 2025 ທີ່ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຈັດຝືກອົບຮົມໃນຫົວຂໍ້: ສ້າງຄວາມອາດສາມາດ ໃນການນຳໃຊ້ ເຕັກໂນໂລຊີ ເຄື່ອງອົບແຫ້ງພະລັງງານແສງຕາເວັນ ຄວບຄຸມດ້ວຍລະບົບ IoT ເພື່ອເພີ່ມປະສິດທິພາບ ໃນການແປຮູບຜະລິດຕະພັນອົບແຫ້ງກະສິກຳ ແລະ ສິນຄ້າ ODOP ໂດຍການເປັນປະທານຂອງ ທ່ານ ອານຸສັກ ພົງສະຫວັນ, ຫົວໜ້າ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ມີຜູ້ເຂົ້າຮ່ວມຈາກກຸ່ມເຮັດເສັ້ນເຝີນາອູຊຽງຂວາງ (ສິນຄ້າ ODOP), ກຸ່ມກ້ວຍຕາກ ປາກມີ່ ຊະນະຄາມ (ສິນຄ້າ ODOP), ກຸ່ມປູກມອນລ້ຽງມ້ອນ ແຂວງວຽງຈັນ (ສິນຄ້າ ODOP), ພາກວິຊາວິສະວະກໍາເອເລັກໂຕຣນິກ ແລະ ການສື່ສານ, ມະຫາວິທະຍາໄລແຫ່ງຊາດ, ພາກວິຊາຟີຊິສາດ, ມະຫາວິທະຍາໄລແຫ່ງຊາດ, ບໍລິສັດ ເຊັນເຊີໂນດ ໄອໂອທີ ເຕັກໂນໂລຊີ ຈຳກັດຜູ້ດຽວ ພ້ອມບັນດາກົມທີ່ກ່ຽວຂ້ອງ.
ການຝຶກອົບຮົມຈະດຳເນີນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 17-19 ມີນາ 2025, ເຊີ່ງຈະມີທັງພາກທິດສະດີ, ການປະຕິບັດຕົວຈິງ ແລະ ທັດສະນະສຶກສາສະຖານທີ່ທີ່ມີການນຳໃຊ້ເຄື່ອງອົບແຫ້ງພະລັງງານແສງຕາເວັນ ເປັນຕົ້ນແມ່ນ ເຂົ້າລາວ ແລະ ໂຮງງານເກືອເວິນຄຳ, ໂດຍມີນັກວິທະຍາກອນທັງພາຍໃນ ແລະ ຕ່າງປະເທດມາໃຫ້ຄວາມຮູ້ກ່ຽວກັບລະບົບດັ່ງກ່າວ.
ຈຸດປະສົງ ເພື່ອເຜີຍແຜ່ເຕັກໂນໂລຊີ ແລະ ການນຳໃຊ້ເຄື່ອງອົບແຫ້ງພະລັງງານແສງຕາເວັນ ເຂົ້າໃນການແປຮູບຜະລິດຕະພັນກະສີກຳ ແລະ ການຜະລິດເປັນສິນຄ້າອົບແຫ້ງໃຫ້ແກ່ບັນດາໜ່ວຍງານທີ່ມີສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ເພື່ອນຳເອົາເຕັກໂນໂລຊີດັ່ງກ່າວນຳໄປສົ່ງເສີມໃຫ້ສັງຄົມໄດ້ນຳໃຊ້ຢ່າງກວ້າງຂວາງ.
ວິທີການອົບແຫ້ງ/ຕາກແຫ້ງໄດ້ຖືກນຳໃຊ້ມາເປັນເວລາດົນນານແລ້ວ ເພື່ອຊ່ວຍຫຼຸດຜ່ອນຄວາມຊຸ່ມໃນວັດຖຸ/ຜົນຜະລິດກະສີກຳເຮັດໃຫ້ເກັບຮັກສາໄວ້ໄດ້ດົນ, ຊ່ວຍແກ້ບັນຫາການເຊື່ມຄຸນນະພາບ, ເຊື່ອມລາຄາຂອງຜົນຜະລິດ ແລະ ແກ້ໄຂບັນຫາຜົນຜະລິດລົ້ນຕະຫຼາດ ໃນລະດູເກັບກຽ່ວ.  ນອກຈາກນັ້ນຍັງແປຮູບເປັນຜະລິດຕະພັນອົບແຫ້ງເປັນສິນຄ້າ ເພື່ອເພີ່ມມູນຄ່າແລະສ້າງລາຍຮັບໄດ້ອີກທາງໜຶ່ງ.  ເຕັກນິກການອົບແຫ້ງສ່ວນໃຫຍ່ແມ່ນນຳໃຊ້ວິທີການແບບທຳມະຊາດ ໂດຍສະເພາະການຕາກແດດໂດຍກົງ ເພາະເປັນວິທີທີ່ງ່າຍ ແລະ ຕົ້ນທຶນຕໍ່າ ແຕ່ຈະໄດ້ຜົນຜະລິດທີ່ມີຄູນນະພາບຕໍ່າ ແລະ ມີບັນຫາເລື່ອງຄວາມສະອາດ ເພາະວ່າມີການປົນເປື້ອນຂີ້ຝູ່ນ, ສັດ/ແມງໄມ້/ແມງວັນລົບກວນ. ນອກຈາກນີ້ການຕາກແຫ້ງຍັງຂຶ້ນກັບສະພາບອາກາດຖ້າຟ້າບົດ ຫຼຶ ຝົນຕົກເຮັດໃຫ້ວັດຖຸທີ່ຕາກບໍ່ແຫ້ງດີ ເກີດຄວາມສ່ຽງ ເຮັດໃຫ້ເກີດເຊຶ້ອລາ ແລະ ເນົ່າເສຍ.
ການນຳໃຊ້ເຕັກໂນໂລຊີເຄື່ອງອົບແຫ້ງພະລັງງານແສງຕາເວັນເປັນອີກທາງເລືອກໜຶ່ງໃນການຍົກລະດັບຄຸນນະພາບຂອງຜະລິດຕະພັນອົບແຫ້ງ, ການນຳໃຊ້ເຕັກໂນໂລຊີດັ່ງກ່າວແມ່ນມີຫຼາຍລະດັບ ຕັ້ງແຕ່ລະບົບທີ່ງ່າຍດາຍທີ່ອາໃສການໄຫຼວຽນຂອງອາກາດແບບທຳມະຊາດ ຈົນເຖີງການພັດທະນາລະບົບທີ່ຊັບຊ້ອນມີການຄວບຄຸມການໄຫຼຂອງອາກາດແບບບັງຄັບ, ລະບົບຄວາມຮ້ອນເສີມ ແລະ ການນຳໃຊ້ລະບົບໄອທີມີເຂົ້າມາຊ່ວຍໃນການຄວບຄຸມ ເຮັດໃຫ້ການໃຊ້ເຄື່ອງອົບແຫ້ງມີຄວາມສະດວກ ແລະທັນສະໄໝຂຶ້ນ.
ສະຖາບັນຄົນຄວ້າພະລັງງານແລະບໍ່ແຮ່ເຫັນໄດ້ຄວາມສຳຄັນຂອງການນຳໃຊ້ເຄື່ອງອົບແຫ້ງ ເພື່ອຫຼຸດຜ່ອນການສູນເສຍຂອງຜະລິດຕະພັນກະສິກຳຫຼັງການເກັບກ່ຽວ ແລະ ການແປຮູບເພີ່ມມູນຄ່າໃຫ້ແກ່ຜະລິດຕະພັນກະສີກຳ ຜ່ານມາໄດ້ມີການຄົນ້ຄວ້າພັດທະນາແລະຍາດແຍ່ງການຊ່ວຍເຫຼືອເພື່ອພັດທະນາແລະສົ່ງເສີມການນຳໃຊ້ເຄື່ອງອົບແຫ້ງໂດຍສະເພາະເຄື່ອງອົບແຫ້ງພະລັງງານແສງຕາເວັນ. ໂຄງການ “ພັດທະນາ ແລະ ສົ່ງເສີມການນຳໃຊ້ເຕັກໂນໂລຊີອົບແຫ້ງພະລັງງານແສງຕາເວັນ ສຳລັບແປຮູບຜະລິດຕະພັນກະສີກຳ ແລະ ສິນຄ້າ ODOP”  ພາຍໄຕ້ການຊ່ວຍເຫຼືອຂອງກອງທືນການຮ່ວມມື ແມ່ນໍ້າຂອງ-ສ.ເກົາຫຼີ ແມ່ນໜຶ່ງໃນຄວາມພະຍາຍາມດັ່ງກ່າວ, ໂຄງການດັ່ງກ່າວໄດ້ມີການອອກແບບ ແລະ ພັດທະນາເຄື່ອງອົບແຫ້ງໃຫ້ແທດເໝາະກັບການອົບແຫ້ງຜະລິດຕະພັນກະສີກຳແຕ່ລະຊະນິດ ໂດຍນໍາໃຊ້ວັດຖຸດິບທີ່ຫາໄດ້ໃນທ້ອງຖິ່ນແນ່ໃສ່ຫຼຸດຜ່ອນຕົ້ນທຶນ ແລະ ຊາວກະສິກອນສາມາດຜະລິດໃຊ້ເອງໄດ້, ສົ່ງເສີມການນຳໃຊ້ເຕັກໂນໂລຊີອົບແຫ້ງໃຫ້ແກ່ຊາວກະສີກອນເພື່ອຫຼຸດຜ່ອນການສູນເສຍ, ການເຊື່ອມຄຸນນະພາບ ແລະ ການເຊື່ອມມູນຄ່າຂອງຜົນຜະລິດກະສີກໍາຫຼັງການເກັບກ່ຽວ ແລະ ເພີ່ມມຸນຄ່າໃຫ້ຜົນຜະລິດກະສີກຳດ້ວຍການແປຮູບເປັນສິນຄ້າ. ນອກຈາກນັ້ນ, ຍັງເປັນການສ້າງຄວາມອາດສາມາດໃຫ້ແກ່ນັກວິຊາການທ້ອງຖິ່ນໃນການບໍລິການໃຫ້ຄຳປືກສາ, ອອກແບບເຄື່ອງອົບແຫ້ງ ແລະ ບໍລິການຕິດຕັ້ງເຄື່ອງອົບທີ່ແທດເໝາະກັບຄວາມຕ້ອງການຢູ່ທ້ອງຖິ່ນຂອງຕົນ.

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!