Home ການເຄື່ອນໄຫວວຽກງານຂອງສະຖາບັນການເຜີຍແຜ່ ໂຄງການນ້ອງຢາກເປັນນັກວິທະຍາດ “ເສີມສ້າງຄວາມຮູ້ໃຫ້ຊາວໜຸ່ມ-ເຍົາວະຊົນ ຢູ່ ມສ ປາກຊັນ”

ໂຄງການນ້ອງຢາກເປັນນັກວິທະຍາດ “ເສີມສ້າງຄວາມຮູ້ໃຫ້ຊາວໜຸ່ມ-ເຍົາວະຊົນ ຢູ່ ມສ ປາກຊັນ”

by admin
ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ(ຊປປລ) ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ(ກວຕ) ໄດ້ລົງເຄື່ອນໄຫວຈັດກິດຈະກຳ “ໂຄງການນ້ອງຢາກເປັນນັກວິທະຍາສາດ” ເພື່ອເສີມສ້າງຄວາມຮູ້ ແລະ ຈິນຕະນາການກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ແກ່ນ້ອງນັກຮຽນຊາວໜຸ່ມ-ເຍົາວະຊົນ ຢູ່ທີ່ໂຮງຮຽນມັດທະຍົມສົມບູນ ປາກຊັນ, ແຂວງບໍລິຄຳໄຊ ໃນຕອນບ່າຍວັນທີ 22 ຕຸລາ 2020 ນີ້, ຊຶ່ງນຳໂດຍສະຫາຍ ນາງ ສິລິຣັກ ໄຊຍະບຸນຊູ, ຮອງຄະນະບໍລິຫານງານ ຊປປລ ກວຕ, ສະຫາຍ ບິນລີ້ ສີສຸລາດ, ຄະນະບໍລິຫານງານ ຊປປລ ກວຕ ທັງເປັນຮອງຫົວໜ້າໂຄງການ ພ້ອມດ້ວຍທີມງານນັກວິທະຍາກອນຈາກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີສະຫາຍ ທະນູວັນ ວົງມະນີ, ຮອງເລຂາຄະນະບໍລິຫານງານ ຊປປລ ແຂວງບໍລິຄຳໄຊ, ບັນດາຄູ-ອາຈານ ແລະ ນ້ອງນ້ອຍຊາວໜຸ່ມ-ເຍົາວະຊົນ ຈາກໂຮງຮຽນມັດທະຍົມສົມບູນ ປາກຊັນ ເຂົ້າຮ່ວມທັງໝົດ 50 ກວ່າຄົນ.
ຈຸດປະສົງຂອງການຈັດກິດຈະກຳໂຄງການດັ່ງກ່າວ ແມ່ນເພື່ອໂຄສະນາ ແລະ ເຜີຍແຜ່ປູກຈິດສໍານຶກໃຫ້ຊາວໜຸ່ມ-ເຍົາວະຊົນ ເວົ້າລວມ, ເວົ້າສະເພາະແມ່ນ ນ້ອງນັກຮຽນຊາວໜຸ່ມ-ເຍົາວະຊົນ ໂຮງຮຽນມັດທະຍົມສົມບູນ ປາກຊັນ ໄດ້ສຶກສາຮຽນຮູ້ທາງດ້ານວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມທັງເປັນການສົ່ງເສີມໃຫ້ເຂົາເຈົ້າມີຈິນຕະນາການ, ມີຫົວຄິດປະດິດສ້າງທາງດ້ານແນວຄວາມຄິດການພັດທະນາໄປທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ທັນສະໄໝໃນອະນາຄົດ. ພ້ອມນັ້ນ, ກໍເພື່ອສ້າງໂອກາດໃຫ້ນ້ອງນ້ອຍຊາວໜຸ່ມ-ເຍົາວະຊົນໄດ້ສະແດງຄວາມກ້າຫານ, ກ້າຄິດ, ກ້າສະແດງອອກ ແລະ ແບ່ງປັນແນວຄິດຈິນຕະນາການເພື່ອເສີມສ້າງຄວາມຮູ້ໃໝ່ໆ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ.
ໃນການເຄື່ອນໄຫວຈັດກິດຈະກໍາໃນຄັ້ງນີ້, ນ້ອງນ້ອຍຊາວໜຸ່ມ-ເຍົາວະຊົນໂຮງຮຽນດັ່ງກ່າວ ໄດ້ຮຽນກ່ຽວກັບຄວາມຮູ້ພື້ນຖານຂອງນິເວດວິທະຍາ, ວຽກງານດາລາສາດ, ການທົດລອງ-ສາທິດການເກີດປະຕິກິລິຍາທາງເຄມີ, ຮຽນຮູ້ກ່ຽວກັບເຕັກໂນໂລຊີ ແລະ ນະວັດຕະກຳ, ຂໍ້ດີຂໍ້ເສຍຂອງການໃຊ້ສື່ສັງຄົມອອນລາຍ, ການນຳໃຊ້ພະລັງງານຈາກແສງຕາເວັນ, ການສຶກສາຜ່ານລະບົບອອນລາຍ ແລະ ການນໍາໃຊ້ປື້ມແບບເອເລັກໂຕຼນິກ (E-Book). ຈາກການຈັດກິດຈະກໍາຄັ້ງນີ້ເຫັນວ່າ ບັນດານ້ອງນ້ອຍຊາວໜຸ່ມ-ເຍົາວະຊົນ ແມ່ນມີຄວາມສົນໃຈ ແລະ ຕັ້ງໃຈຮັບຟັງຕໍ່ການນໍາສະເໜີຂອງນັກວິທະຍາກອນເປັນຢ່າງດີ ແລະ ໄດ້ມີການຖາມ-ຕອບ ກ່ຽວກັບບົດຮຽນທີ່ນຳສະເໜີເຕັມໄປດ້ວຍບັນຍາກາດຟົດຟືນ. ພ້ອມກັນນັ້ນ, ຍັງໄດ້ປະຕິບັດກິດຈະກຳພາກຕົວຈິງເຊັ່ນ: ສາທິດທົດລອງທາງດ້ານວິທະຍາສາດ, ຮຽນຮູ້ຕົວຈິງກ່ຽວກັບລະບົບປື້ມແບບເອເລັກໂຕຣນິກ ແລະ ໄດ້ມອບຂອງຂວັນໃຫ້ແກ່ນ້ອງນ້ອຍຊາວໜຸ່ມ-ເຍົາວະຊົນນຳອີກ.
ຂ່າວ ແລະ ຮູບພາບ: ແສງທອງ ວັນນະທຳ

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!