Home ການເຄື່ອນໄຫວວຽກງານຂອງສະຖາບັນການບໍລິການ ສພວ ສໍາເລັດການຕິດຕັ້ງ ແລະ ນໍາໃຊ້ພະລັງ ງານ ໄຟຟ້າແສງຕາເວັນ ຊ່ວຍຫຼຸດຜ່ອນການຈ່າຍຄ່າກະແສໄຟຟ້າ

ສພວ ສໍາເລັດການຕິດຕັ້ງ ແລະ ນໍາໃຊ້ພະລັງ ງານ ໄຟຟ້າແສງຕາເວັນ ຊ່ວຍຫຼຸດຜ່ອນການຈ່າຍຄ່າກະແສໄຟຟ້າ

by admin

ວຽກງານການຄົ້ນຄວ້າ ແລະ ພັດທະນາພະລັງງານທົດແທນ ແມ່ນວຽກງານໜຶ່ງທີ່ສຳຄັນໃນຂົງເຂດວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເວົ້າລວມ, ເວົ້າສະເພາະກໍຄືການນຳໃຊ້ພະລັງງານແສງຕາເວັນເພື່ອຊົມໃຊ້ເຂົ້າໃນຊີວິດປະຈຳວັນ ແລະ ໂຄສະນາເຜີຍແຜ່ໃຫ້ສັງຄົມ.

ຍ້ອນເຫັນໄດ້ຄວາມສຳຄັນຂອງວຽກງານດັ່ງກ່າວນັ້ນ ຄະນະນຳຂອງສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ກໍຄືກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈຶ່ງໄດ້ມີຄວາມພະຍາຍາມ, ເອົາໃຈໃສ່ ຊີ້ນຳ-ນຳພາຢ່າງໃກ້ຊິດ ຕິດແທດຕໍ່ວຽກງານການຄົ້ນຄວ້າ ແລະ ນຳໃຊ້ພະລັງງານທົດແທນ ແລະ ວັດສະດຸໃໝ່ ໂດຍສະເພາະແມ່ນການນຳໃຊ້ຜົນການຄົ້ນ ຄວ້າຕ່າງໆອອກສູ່ສັງຄົມ, ໃນທ້າຍປີ 2018 ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ໄດ້ມີການຕິດຕັ້ງລະບົບໄຟຟ້າແສງຕາເວັນເຊື່ອມຕໍ່ຕາຂ່າຍໄຟຟ້າໃສ່ບ່ອນຈອດລົດຂະໜາດ 30 KW ໂດຍພາຍໃຕ້ໂຄງການການຮ່ວມມືກັນກໍ່ສ້າງສູນຮ່ວມມືນະວັດຕະວັດຕະກຳທາງດ້ານເຕັກໂນໂລຊີ ວິທະຍາສາດພະລັງ ງານແສງຕາເວັນ ລາວ-ຈີນ ລະຫວ່າງ ສະພາບັນດິດຂໍ້ມູນຂ່າວສານດ້ານເຕັກນິກ ແລະ ວິທະຍາສາດ ສປ ຈີນ, ບໍລິສັດເຕັກໂນໂລຊີ ພະລັງງານທົດແທນ ຄຸນໝິງ ສປ ຈີນ ກັບ ກົມແຜນການ ແລະ ຮ່ວມມື, ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ.

ໃນການຕິດຕັ້ງລະບົບພະລັງງານແສງຕາເວັນໃສ່ບ່ອນຈອດລົດດັ່ງກ່າວມີເນື້ອທີ່ຍາວ 30 ແມັດ, ກວ້າງ 6 ແມັດ ແລະ ສາມາດຈອດລົດໄດ້ 10 ຄັນ, ພາຍຫຼັ້ງຕິດຕັ້ງສຳເລັດກໍໄດ້ມີການທົດລອງ ແລະ ນຳໃຊ້ເຂົ້າຕຶກອາຄານຕົວຈິງ ແລະ ໄດ້ມີການເກັບບັນທຶກຂໍ້ມູນການຜະລິດຈາກລະບົບໄຟຟ້າແສງຕາເວັນ ແລະ ການນຳໃຊ້ໄຟພ້າຈາກຕາຂ່າຍ ເພື່ອມາປຽບ ທຽບ ແລະ ຄິດໄລ່ວ່າຈະປະຫຍັດຄ່າໄຟຟ້າຈາກຕາຂ່າຍໄດ້ເທົ່າໃດ.

ຈາກລະບົບດັ່ງກ່າວສາມາດເປັນລະບົບຕົວແບບເພື່ອສາທິດໃຫ້ແກ່ອົງການຕ່າງໆ ບໍ່ວ່າຈະເປັນພາກລັດ ແລະ ເອກະຊົນທີ່ມີຄວາມສົນໃຈຕ້ອງການທີ່ຈະຕິດຕັ້ງລະບົບໄຟຟ້າແສງຕາເວັນ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍຈາກຕາຂ່າຍໄຟຟ້າຂອງລັດ, ຈາກລະບົບດັ່ງກ່າວໃນອານາຄົດ ທາງສະຖາບັນດັ່ງກ່າວ ຍັງຈະຄົ້ນຄວ້າວິທີການເກັບໄຟຟ້າແສງຕາເວັນທີ່ຜະລິດໄດ້ ແລະ ບໍ່ໄດ້ນຳໃຊ້ໃນເວລາວັນພັກການ ເຊັ່ນ: ວັນເສົາ, ວັນອາທິດ ແລະ ວັນພັກພິເສດຕ່າງໆ ເພື່ອຈະນຳເອົາໄຟຟ້າທີ່ເກັບໄວ້ມາໃຊ້ໃນເວລາກາງຄືນ.

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!