Home ຂ່າວສານຂ່າວ ກອງປະຊຸມ-ສຳມະນາ ໜ່ວຍພັກສະຖາບັນພະລັງງານທົດແທນ ແລະ ວັດສະ ດຸໃໝ່ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກ ສຳຮອງ

ໜ່ວຍພັກສະຖາບັນພະລັງງານທົດແທນ ແລະ ວັດສະ ດຸໃໝ່ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກ ສຳຮອງ

by admin

ຕອນບ່າຍວັນທີ 16 ມັງກອນ 2019, ໜ່ວຍພັກສະ ຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຈັດພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ໂດຍໃຫ້ ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນຕີ ທະມິດ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກວຕ ທີ່ຫ້ອງ ປະຊຸມກະຊວງດັ່ງກ່າວ.

ສະຫາຍ ນາງ ໄມຕີ ວົງຄຳຊາວ, ເລຂາໜ່ວຍພັກສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ໄດ້ ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກກະຊວງ ກວຕ ວ່າດ້ວຍການຮັບເອົາມະຫາຊົນ ກ້າວໜ້າເຂົ້າເປັນ ສະມາຊິກ ພັກສຳຮອງຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ.

ໂອກາດນີ້,ສະຫາຍ ບຸນຕີ ທະມິດ, ຮອງເລຂາຄະນະພັກ ໄດ້ໃຫ້ກຽດໂອ້ລົມ ບັນດາມະຫາຊົນກ້າວ ໜ້າທັງ 3 ສະຫາຍທີ່ໄດ້ເຂົ້າເປັນສະມາຊິກພັກສຳຮອງໃນ ຄັ້ງນີ້. ສະຫາຍ ໄດ້ສະແດງຄວາມຍິນດີ ແລະ ຍ້ອງຍໍຊົມ ເຊີຍຕໍ່ສະມາຊິກພັກໃໝ່ທີ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ຫຼາຍດ້ານ, ໄດ້ຮັບຄວາມໄວ້ວາງຈາກການຈັດຕັ້ງ ແລະ ຮັບເຂົ້າເປັນສະມາຊິກພັກສຳຮອງໃໝ່ຂອງພັກ ຂອງພັກປະຊາຊົນປະຕິວັດລາວ. ສະຫາຍ ຍັງໄດ້ໃຫ້ຄຳເຫັນຕໍ່ສະ ມາຊິກພັກທັງເກົ່າ ແລະ ໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດ ຊອບຕໍ່ໜ້າວຽກຂອງຕົນ, ມີສະຕິຕໍ່ການຈັດຕັ້ງ, ຢຶດໝັ້ນ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍ ຂອງ ພັກ-ລັດ, ຊື່ສັດ ແລະ ຈົ່ງຮັກພັກດີຕໍ່ພັກ-ລັດ, ຕໍ່ປະເທດຊາດ, ປະກອບສ່ວນຄວາມຮູ້ ແລະ ຄວາມສາມາດຂອງ ຕົນເຂົ້າໃນວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ສືບຕໍ່ ຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນ ເພື່ອປະກອບສ່ວນ ເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.

ເຂົ້າຮ່ວມຮ່ວມໃນພິທີຄັ້ງນີ້ ມີສະຫາຍເລຂາ,ຮອງເລຂາໜ່ວຍພັກຂອງຫ້ອງການ, ບັນດາກົມ, ສະຖາບັນອ້ອມຂ້າງກະຊວງ, 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກຂອງສະຖາບັນດັ່ງກ່າວ.

   

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!