Home ຂ່າວສານຂ່າວ ການເຄື່ອນໄຫວ ສພບ ສພວ ແລະ ຫສວຊ ສ້າງຂະບວນການຕ້ອນຮັບວັນສຳ ຄັນຕ່າງໆ

ສພວ ແລະ ຫສວຊ ສ້າງຂະບວນການຕ້ອນຮັບວັນສຳ ຄັນຕ່າງໆ

by admin

ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງ ປະຊຸມໃຫຍ່ສາມຂັ້ນຂອງ 3 ອົງການຈັດຕັ້ງມະຫາຊົນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສ້າງຄວາມສາມັກຄີຮັກແພງ ເຊິ່ງກັນ ແລະ ກັນ, ພ້ອມກັນນັ້ນກໍ ທັງເປັນການສະ ເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 63 ປີ (1/2/1956-1/2/2019).ໃນ ວັນທີ 5 ກຸມພາ 2019ທີ່ຜ່ານມາ, ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ແລະ ຫ້ອງການສະພາວິທະ ຍາສາດແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກິດຈະກຳເຕະບານມິດຕະພາບຂຶ້ນ ເດີ່ນ ເຕະບານ VKS.

ກິດຈະກຳບານເຕະມິດຕະພາບໃນຄັ້ງນີ້ເຕັມໄປດວ້ຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ ແລະ ຜົນການ ແຂ່ງ ຂັນເຕະບານຍິງ ແມ່ນ ຫ້ອງການສະພາວິທະຍາສາດ ແຫ່ງຊາດສາມາດເອົາຊະນະສະຖາບັນ ພະລັງງານທົດແທນ ແລະ ວັດສະດຸໃໝ່ ດ້ວຍຄະແນນ 2:0 ປະຕູ ແລະ ຜົນແຂ່ງຂັນເຕະບານຊາຍ ແມ່ນສະຖາບັນພະລັງງານທົດ ແທນ ແລະ ວັດສະດຸໃໝ່ ເອົາຊະນະ ຫ້ອງການ ສະພາວິທະຍາສາດ ແຫ່ງຊາດດ້ວຍຄະແນນ 5:3 ປະຕູ.

ໃຫ້ກຽດເຂົ້າຮ່ວມຊົມ ແລະ ເຊຍການແຂ່ງຂັນບານເຕະໃນຄັ້ງນີ້ມີ ທ່ານ ນາງ ໄມຕີ ວົງຄຳຊາວ, ຄະນະພັກກະ ຊວງ, ຫົວໜ້າຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ທ່ານ ນາງ ແກ້ວໄພວັນ ດວງສະຫວັນ, ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ແລະ ພະນັກງານວິຊາການ ທັງສອງພາກສ່ວນເຂົ້າຮ່ວມ.

 

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!