Home ຂ່າວສານຂ່າວ ການເຄື່ອນໄຫວ ສພບ ກວຕ ແລະ ຢູນນານ ລົງນາມບົດບັນທຶກການຮ່ວມມື ໄລຍະສອງ

ກວຕ ແລະ ຢູນນານ ລົງນາມບົດບັນທຶກການຮ່ວມມື ໄລຍະສອງ

by admin

ໃນລະຫວ່າງວັນທີ 23-28 ກັນຍາ 2018 ທີ່ຜ່ານມາ, ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ຄະນະມະຫາວິທະຍາໄລສ້າງຄູຢູນນານ, ສປ ຈີນ ເພື່ອປຶກສາຫາລືແຜນການຈັດຕັ້ງ ປະຕິບັດ ໂຄງການຮ່ວມມືສ້າງຫ້ອງທົດລອງ ລາວ-ຈີນ ເພຶ່ອການພັດທະນາ ແລະ ນຳໃຊ້ພະລັງງານທົດແທນ ໃນໄລ ຍະສອງ ລະຫວ່າງ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ສປປ ລາວ ແລະ ມະຫາວິທະຍາໄລສ້າງຄູຢູນນານ, ສປ ຈີນ ຢູ່ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່.

ເພື່ອປະຕິບັດຕາມແຜນການຮ່ວມມືໃນໄລຍະສອງ ໃຫ້ເປັນໄປຕາມແຜນທີ່ວາງໄວ້, ທັງສອງຝ່າຍ ໄດ້ ຢ້ຽມຢາມ, ຕິດຕາມ ແລະ ກວດກາຈຸດສາທິດລະບົບແກັສຊີວະພາບ, ລະບົບນ້ຳຮ້ອນ ພະລັງ ງານແສງຕາເວັນ, ລະບົບເຄື່ອງປ້ຳນ້ຳພະລັງງານແສງຕາເວັນ ແລະ ລະບົບໄຟເຍືອງທາງພະລັງງານແສງຕາເວັນພາຍໃນນະຄອນຫຼວງ ວຽງຈັນ ແລະ ແຂວງວຽງຈັນ. ຜ່ານການລົງສຳຫຼວດ ແລະ ຕິດຕາມການ ນຳໃຊ້ນະວັດຕະກໍາດັ່ງກ່າວທີ່ໄດ້ຕິດຕັ້ງ ຢູ່ແຕ່ລະຈຸດສາທິດຕ່າງໆ ເຫັນໄດ້ວ່າ ເປັນປະໂຫຍດຫລາຍ ແກ່ສັງຄົມຊື່ງເປັນການປົກປັກຮັກສາສິ່ງແວດລ້ອມໄປ ຕາມແນວທາງການພັດທະນາພະລັງງານສີຂຽວ.

ໃນຕອນແລງວັນທີ 27 ກັນຍາ 2018 ທີ່ຫ້ອງປະຊຸມ ກວຕ ໄດ້ມີພິທີລົງນາມບົດບັນທຶກການຮ່ວມມືເພື່ອເປັນການຢັ້ງຢືນເຖິງຜົນສຳເລັດຂອງການຮ່ວມມື ໃນໄລຍະໜື່ງ ແລະ ສຶບຕໍ່ການຮ່ວມມື ໃນໄລຍະສອງ ລະຫວ່າງ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກວຕ, ສປປ ລາວ ແລະ ມະຫາວິທະຍາໄລສ້າງຄູ ຢູນນານ, ສປ ຈີນ.

ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ນາງ ໄມຕີ ວົງຄຳຊາວ, ຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກວຕ ແລະ ຕາງໜ້າຝ່າຍຈີນ ລົງນາມໂດຍ ທ່ານ ຫວາງສຽງ (WANG QIANG), ເລຂາພັກ ສະຖາບັນຄົ້ນຄວ້າພະລັງງານແສງຕາເວັນ, ມະຫາວິທະຍາໄລສ້າງຄູຢູນນານ, ສປ ຈີນ.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານການລົງນາມດ່ັ່ງກ່າວ ມີ ທ່ານ ສຈ. ຫວາດ ເວີ່ຍ, ເລຂາຄະນະພັກ ມະຫາວິທະຍາໄລສ້າງຄູຢູນນານ, ສປ ຈີນ ແລະ ບັນດາ ທ່ານຮອງຫົວໜ້າ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກວຕ, ສປປ ລາວ ພ້ອມດ້ວຍຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການຂອງ ສອງຝ່າຍ.

ອີງຕາມການລົງນາມໃນບົດບັນທຶກດ່ັ່ງກ່າວ, ຝ່າຍຈີນຈະສຶບຕໍ່ຮ່ວມມືກັບຝ່າຍລາວ ຄື: ໃຫ້ທຶນ ຝຶກອົບຮົມໄລຍະສັ້ນ ດ້ານການພັດທະນາ ແລະ ການນຳໃຊ້ພະ ລັງງານທົດແທນໄລຍະ 20 ວັນ ທີ່ຄຸນມີງ, ສປ ຈີນ ແກ່ພະນັກງານສະຖາບັນ ຈຳນວນ 06 ຄົນ; ສະໜອງອຸປະກອນຕິດຕັ້ງລະບົບນ້ຳ ຮ້ອນພະລັງ ງານແສງຕາເວັນ ຂະໜາດ 4 ແມັດກ້ອນ ແລະ ລະບົບໄຟເຍືອງທາງພະລັງງານແສງຕາເວັນ ຈຳນວນ 10 ຊຸດ ໃຫ້ແກ່ໂຮງຮຽນວັດທະນາທຳຊົນເຜົ່າເດັກກຳພ້າ ແຂວງ ຫຼວງພະບາງ; ສະໜອງ ລະບົບປ້ຳນ້ຳພະລັງ ງານແສງຕາເວັນ ຈຳນວນ 1 ເຄື່ອງ ແລະ ລະບົບໄຟເຍືອງທາງພະລັງງານແສງຕາເວັນ ຈຳນວນ 10 ຊຸດ ໃຫ້ແກ່ໂຮງຮຽນວັດທະນາທຳຊົນເຜົ່າ ເດັກກຳພ້າ ຫຼັກ 67; ສະໜອງລະບົບໄຟຟ້າພະ ລັງງານແສງຕາເວັນ ໃຫ້ແກ່ໂຮງໝໍ ເມືອງສັງທອງ ຂະໜາດ 2 KW; ສະເໜີຮ່ວມມືກັນກໍ່ສ້າງສູນ ວີທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄຸນມິງ-ວຽງຈັນ ລະຫວ່າງ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກວຕ, ສປປ ລາວ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ, ແຂວງຢູນນານ ແລະ ມະຫາວິທະຍາໄລສ້າງຄູຢູນນານ, ສປ ຈີນ.

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!