Home ຂ່າວສານ ຄະນະ ແລະ ວິຊາການສະຖາບັນຄົ້ນຄວ້າ ພະລັງງານ ແລະ ບໍ່ແຮ່ ລົງທັດສະນະສຶກສາ ທີ່ ມະຫາວິທະຍາໄລ ນະເລຊວນ ຈັງຫວັດ ພິດສະນຸໂລກ (ປະເທດໄທ) ໃນລະຫວ່າງວັນທີ່ 06 – 12 ພະຈິກ 2023

ຄະນະ ແລະ ວິຊາການສະຖາບັນຄົ້ນຄວ້າ ພະລັງງານ ແລະ ບໍ່ແຮ່ ລົງທັດສະນະສຶກສາ ທີ່ ມະຫາວິທະຍາໄລ ນະເລຊວນ ຈັງຫວັດ ພິດສະນຸໂລກ (ປະເທດໄທ) ໃນລະຫວ່າງວັນທີ່ 06 – 12 ພະຈິກ 2023

by Sachai Saykhammoun
ການໄປທັດສະນະສຶກສາຂອງ ຄະນະ ແລະ ວິຊາການສະຖາບັນຄົ້ນຄວ້າ ພະລັງງານ ແລະ ບໍ່ແຮ່ ທີ່ ມະຫາວິທະຍາໄລ ນະເລຊວນ ຈັງຫວັດ ພິດສະນຸໂລກ (ປະເທດໄທ) ໃນລະຫວ່າງວັນທີ່ 06 – 12 ພະຈິກ 2023 ໃນຄັ້ງນີ້ ເປັນວຽກງານໜື່ງທີ່ສຳຄັນຂອງໂຄງການ “ສົ່ງເສີມ ແລະ ພັດທະນາ ເຄື່ອງອົບແຫ້ງສຳລັບ ກະສິກຳ ແລະ ຜະລິດຕະພັນ ສິນຄ້າ ODOP” ພາຍໃຕ້ ກອງທຶນຮ່ວມມືແມ່ຂອງເກົາຫຼີ (MKCF) ເຊີ່ງມີຈຸດປະສົງ ແລກປ່ຽນ ແລະ ການຮ່ວມມື ໃນບັນດາປະເທດລຸ່ມແມ່ນ້ຳຂອງ.
 ທາງທີມງານ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ມີການແລກປ່ຽນບົດຮຽນ ກັບອາຈານ ມະຫາວິທະຍາໄລພິດສະນຸໂລກ ແລະ ຜູ້ປະກອບການຜະລິດຕະພັນ OTOP ທີ່ໄດ້ມີການຄົ້ນຄວ້າ ການອອກແບບເຕັກນິກການອົບແຫ້ງພະລັງງານແສງຕາເວັນ ແລະ ບັນຫາທີ່ພົບເຫັນໃນການອົບແຫ້ງ ເພື່ອນຳມາປະຍຸກນຳໃຊ້ເຂົ້າໃນການເຮັດວຽກຄົ້ນຄວ້າ ແລະ ແກ້ໄຂ້ບັນຫາການນຳໃຊ້ພະລັງງານທົດແທນເຂົ້າໃນການອົບແຫ້ງ ໃຫ້ແພດເໝາະກັບທ້ອງຖີ່ນ ໂດຍສະເພາະ ການນຳໃຊ້ ຄວາມຮ້ອນເສີມ ເຕັກໂນໂລຊີການອົບແຫ້ງດ້ວຍ ການແຜ່ລັງສີອິນຝາເລດ (FRI ) ເຂົ້າໃນການຜະລິດສິນຄ້າ OTOP.
ການທັດສະນະສຶກສາໃນຄັ້ງນີ້ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ແລະ ມະຫາວິທະຍາໄລ ນະເລສວນ (ປະເທດໄທ) ຍັງໄດ້ລົງຢ້ຽມຢາມ ການຄົ້ນຄວ້າ ແລະ ທົດລອງນຳໃຊ້ເຕັກໂນໂລຊີ ເຮືອນອົບແຫ້ງພະລັງງານ ແສງຕາເວັນ ໃນມະຫາວິທະຍາໄລ ແລະ ຊຸມຊົນ ທີ່ໄດ້ມີການຜະລິດສິນຄ້າ OTOP ໃນແຂວງ ພິດສະນຸໂລກ ເຊັ່ນ: ທັດສະນະສຶກສາທີ່ ໂຄງການສົ່ງເສີມລະບົບອົບແຫ້ງພະລັງງານແສງຕາເວັນ ສຳລັບຊຸມຊົນອຸດສາຫະກຳຂະໜາດໃຫຍ່ ບ້ານແທນນາງງາມ, ຊຸມຊົນກ້ວຍຕາກ ອຳເພີ ບາງກະທຸ່ມ, ເຄື່ອງອົບແຫ້ງພະລັງງານແສງຕາເວັນ ຊຸມຊົນ ຕຳບົນປາກໂທກ, ເຄື່ອງອົບແຫ້ງນຳໃຊ້ ຄວາມຮ້ອນເສີມດ້ວຍ ການແຜ່ລັງສີອິນຝາເລດ (FRI) ທີ່ ມະຫະວິທະຍາໄລກຳແພງເພັດ.
ຈາກການລົງທັດສະນະສຶກສາໃນຄັ້ງນີ້ ທາງທີມງານສະຖາບັນຄົ້ນຄວ້າ ພະລັງງານ ແລະ ບໍ່ແຮ່ ໄດ້ ແລກປ່ຽນ ແລະ ຖອດຖອນບົດຮຽນ ນຳທາງ ສະຖາບັນການສຶກສາ ກໍ່ຄື ມະຫາວິທະຍາໄລນະເລຊວນ, ກຳແພງເພັດ ແລະ ຜູ້ປະກອບການຜະລິດສິນຄ້າ OTOP ຫຼາຍດ້ານ ໂດຍສະເພາະ ການຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ອົບແຫ້ງແບບເຮືອນຮົ່ມ, ຂະບວນການຜະລິດ ແລະ ດ້ານຄວາມຮ້ອນເສີມແບບ ການແຜ່ລັງສີອິນຟາເຣດ (FRI) ເຊີ່ງທາງທີມງານຈະໄດ້ນຳຂ້ໍມູນນີ້ ໄປຄົ້ນຄວ້າ ແລະ ອອກແບບການຕິດຕັ້ງສຳລັບທົດລອງໃນສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່.

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!