Home ຂ່າວສານ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ຈັດຝຶກອົບຮົມ ຄວາມຮູ້ພື້ນຖານການຜະລິດ ໄຮໂດເຈນ ແລະ ອາໂມເນຍສີຂຽວ ໃນ ສປປ ລາວ

ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ຈັດຝຶກອົບຮົມ ຄວາມຮູ້ພື້ນຖານການຜະລິດ ໄຮໂດເຈນ ແລະ ອາໂມເນຍສີຂຽວ ໃນ ສປປ ລາວ

by Sachai Saykhammoun

ໃນວັນທີ 5 ມັງກອນ 2023 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ຂອງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ບ້ານດົງໝາກຄາຍ, ເມືອງໄຊທານີ ໄດ້ຈັດຊຸດຝຶກອົບຮົມຂື້ນໃນຫົວຂໍ້ “ຄວາມຮູ້ພື້ນຖານການຜະລິດ ໄຮໂດເຈນ ແລະ ອາໂມເນຍສີຂຽວ”, ໂດຍໃຫ້ກຽດເປັນປະທານຂອງທ່ານ ພູວຽງ ແກ້ວບຸບຜາ, ຫົວໜ້າ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ທ່ານ ເພັດສະຫວັນ ລັດຕະນະທົງໄຊ, ຫົວໜ້າກົມຄຸ້ມຄອງພະລັງງານ, ໂດຍມີບັນດາກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ 15 ທ່ານ,
ທ່ານປະທານຍັງໄດ້ກ່າວມີຄຳເຫັນຕໍ່ຊຸດຝຶກອົບຮົມວ່າ: ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈໃນເບື້ອງຕົ້ນ ກ່ຽວກັບການກວດສອບ, ວິເຄາະທາງດ້ານເຕັກນິກ, ເສດຖະກິດສັງຄົມ-ສິ່ງແວດລ້ອມ ແລະ ຄວາມເປັນໄປໄດ້ ທີ່ຈະເພີ່ມມູນຄ່າທາງດ້ານເສດຖະກິດ ແລະ ກາຍເປັນຜູ້ນຳໃນລະດັບພູມິພາກ ໃນການຜະລິດ ໄຮໂດເຈນ ແລະ ອາໂມເນຍສີຂຽວທີ່ເປັນມິດຕໍ່ສີ່ງແວດລ້ອມ.
ຊຸດຝຶກອົບຮົມເຫັນວ່າມີຜົນປະໂຫຍດສໍາລັບການສ້າງຄວາມສາມາດທາງດ້ານວິຊາການໃຫ້ບຸກຄະລາກອນພາກລັດເຮົາໃນການຮຽນຮູ້ກ່ຽວກັບວຽກງານພະລັງງານໄຮໂດເຈນ ແລະ ອາໂມເນຍສີຂຽວ ແລະ ເຂົ້າໃຈໃນບັນດາທາງເລືອກໃນການສະໜອງພະລັງງານເປັນຕົ້ນແມ່ນ ການຫັນປ່ຽນພະລັງງານທົດແທນໄປສູ່ພະລັງງານສະອາດ ໃນ ສປປ ລາວ ແລະ ເສັ້ນທາງເຕັກໂນໂລຊີທາງເລືອກທີ່ຈະຊ່ວຍໃຫ້ສາມາດປ່ຽນໄປສູ່ລະບົບພະລັງງານປ່ອຍມົນລະພິດເປັນສູນ.
ການຝືກອົບຮົມໃນຄັ້ງນີ້ ແມ່ນຈັດຂື້ນ ໂດຍການຮ່ວມມືກັນລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກົມສົ່ງເສີມ ແລະ ປະຫຍັດພະລັງງານ ຂອງ (ກະຊວງພະລັງງານ ແລະ ບໍ່ແຮ່) ຮ່ວມກັບສະຖາບັນອານາຄົດພູມມີພາກລຸ່ມແມ່ນ້ຳຂອງ (MERFI) ເພື່ອດໍາເນີນໂຄງການ “ການຫັນປ່ຽນພະລັງງານ ຢູ່ໃນ ສປປ ລາວ” ໂດຍໄດ້ຮັບທຶນສະໜັບສະໜູນ ຈາກລັດຖະບານອົດສະຕາຣີ ຜ່ານໂຄງການເພື່ອຮ່ວມມື ແລະ ຊ່ວຍເຫຼືອ ໂຄງລ່າງພື້ນຖານ (P4I).
ໃຫ້ກຽດບັນຍາຍເປັນຄູຝຶກໂດຍທ່ານ Dr. John Ward ໄດ້ໃຫ້ຮູ້ວ່າ: ຫຼັກສູດດັ່ງກ່າວເປັນສ່ວນໜຶ່ງທີ່ສຳຄັນໃນການປະກອບສ່ວນ ຂອງໂຄງການ, ການສື່ສານ ແລະ ການສ້າງຄວາມອາດສາມາດ ຊຶ່ງເປັນໜຶ່ງໃນເສົາຄ້ຳທີ່ຈະຊ່ວຍໃຫ້ ສປປ ລາວ ກ້າວເຂົ້າສູ່ເສດຖະກິດ ກຣີນໄຮໂດຼເຈນ-ອາໂມເນຍ ໃນພູມມິພາກອາຊີ. ຈະໄດ້ຮຽນຮູ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດ ການເຮັດວຽກ ຂອງ H2NH3 ວ່າມີຄຸນປະໂຫຍດໃນການນຳໃຊ້ແບບໃດ.
ຊຶ່ງຈະເນັ້ນໃສ່ 6 ຫົວຂໍ້ຄື:
1. ການວາງແຜນການຜະລິດພະລັງງານ H2NH3 ແລະ ການປ່ອຍອາຍພິດ GHG ມີຄືແນວໃດ;
2. ການຜະລິດ H2NH3 ໂດຍນຳໃຊ້ກະແສໄຟຟ້າ decarbonized, ທ່າແຮ່ງໃນການຜະລິດພະລັງງານຈາກຖ່ານຫີນ;
3. ທ່ານແຮງຂອງ NH3 ອາໂມເນຍ ສີຂຽວ ຊຶ່ງເປັນວັດຖຸດິບທີ່ສາມາດນຳໃຊ້ແທນ ໃນອົງປະກອບການຜະລິດປຸຍ; ແລະ ຊ່ວຍຫຼຸດການປ່ອຍອາຍກາກບອນ ໃນສປປ ລາວ;
4. ເປັນພະລັງງານທາງເລືອກອີກທາງໜຶ່ງ ໃນການທົດແທນການນຳເຂົ້ານ້ຳມັນ ແລະ ລົດທີ່ແລ່ນດ້ວຍພະລັງງານໄຟຟ້າ, ລວມທັງຄຸນປະໂຫຍດທາງເຄມີຂອງ ໄຮໂດຼເຈນ ແລະ ອາໂມເນຍ.
5. H2NH3 ມີຄຸນປະໂຫຍດຫຼາຍທາງດ້ານເສດຖະກິດ, ໃນ ສປປ ລາວ ແມ່ນມີທ່າແຮງໃນການຜະລິດ ໄຮໂດຼເຈນ ແລະ ອາໂມເນຍ ແລະ ສາມາດເປັນປະເທດທີ່ສົ່ງອອກຜະລິດຕະພັນດັ່ງກ່າວໃນອາຊີ ຖັດຈາກ ປະເທດອອສເຕເລຍ ແລະ ເຢຍລະມັນ.
6. ການນຳໃຊ້ H2NH3 ເຂົ້າໃນອຸດສາຫະກຳຍານຍົນ ແລະ ນະໂຍບາຍການນຳໃຊ້ພະລັງງານທົດແທນ ໃນສປປ ລາວ, ທົ່ວໂລກກຳລັງຫັນການນຳໃຊ້ພະລັງງານທົດແທນ ສີຂຽວ ເຂົ້າໃນການດຳລົງຊີວິດປະຈຳວັນ ເພາະເປັນພະລັງງານ ທີ່ສະອາດ, ປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ.

ຂ່າວ: ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!