Home ຂ່າວສານ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປີດຊຸດຝຶກອົບຮົມກ່ຽວກັບວຽກງານດ້ານທໍລະນີສາດ ແລະ ບໍ່ແຮ່

ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປີດຊຸດຝຶກອົບຮົມກ່ຽວກັບວຽກງານດ້ານທໍລະນີສາດ ແລະ ບໍ່ແຮ່

by admin

ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປີດຊຸດຝຶກອົບຮົມກ່ຽວກັບວຽກງານດ້ານທໍລະນີສາດ ແລະ ບໍ່ແຮ່ ຂຶ້ນໃນລະຫວ່າງ ວັນທີ 20-22 ກັນຍາ 2022 ທີ່ ໂຮງແຮມດອກຈຳປາ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ. ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ບັນດາຂະແໜງການວຽກງານທາງດ້ານທໍລະນີສາດ ແລະ ບໍ່ແຮ່ໃຫ້ກັບ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໃນການຕິດຕາມກວດການຳບັນດາຜູ້ປະກອບການຂຸດຄົ້ນບໍ່ແຮ່ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ. ໂດຍໄດ້ເຊື້ອເຊີນ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫົວພັນ, ແຂວງ ຊຽງຂວາງ, ແຂວງໄຊສົມບູນ, ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ ແລະ ແຂວງ ສະຫວັນນະເຂດ ເຂົ້າຮ່ວມ ລວມທັງໝົດຫຼາຍກວ່າ 50 ທ່ານ ໂດຍປະກອບດ້ວຍ 5 ຫົວຂໍ້ການຝຶກອົບຮົມ ດັ່ງນີ້:

  1. ໂຄງສ້າງ ແລະ ເຕັກນິກພື້ນຖານຂອງການຂຸດຄົ້ນຫີນປູນແບບເປີດໜ້າດິນ.
  2. ໂຄງສ້າງ ແລະ ເຕັກນິກພື້ນຖານຂອງການຂຸດຄົ້ນຖ່ານຫີນແບບໃຕ້ດິນ.
  3. ການຂຸດຄົ້ນ ແບບບໍ່ເປີດໜ້າດິນ ແລະ ພາກຄິດໄລ່ຕົວຈິງ.
  4. ວຽກງານຊີເຈາະ ແລະ ລະເບີດ.
  5. ການຂົນສົ່ງໃນສະໜາມຂຸດຄົ້ນ

ນອກຈາກນັ້ນ, ກໍຍັງໄດ້ນຳພານັກສຳມະນາກອນລົງຢ້ຽມຢາມສະຖານທີ່ຂຸດຄົ້ນຫິນປູນ ເພື່ອໃຫ້ນັກສຳມະນາກອນໄດ້ເຂົ້າໃຈ ແລະ ຮຽນຮູ້ວຽກງານຂຸດຄົ້ນພາກສະໜາມຕົວຈິງໃຫ້ຫຼາຍຂຶ້ນ.

ພາບ ແລະ ຂ່າວ: ສູນຝຶກອົບຮົມພະລັງງານ, ທໍລະນີສາດ ແລະ ບໍ່ແຮ່

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!