Home ຂ່າວສານ ຄະນະອາຈານ ແລະ ນັກສຶກສາພາກວິຊາວິສະວະກຳວັດສະດຸສາດ ຄະນະວິສະກຳສາດ ມະຫາໄລສຸພານຸວົງ ລົງທັດສະນະສຶກສາທີ່ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່.

ຄະນະອາຈານ ແລະ ນັກສຶກສາພາກວິຊາວິສະວະກຳວັດສະດຸສາດ ຄະນະວິສະກຳສາດ ມະຫາໄລສຸພານຸວົງ ລົງທັດສະນະສຶກສາທີ່ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່.

by Sachai Saykhammoun

ໃນວັນທີ 27 ມັງກອນ 2023, ທີ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບ ນັກສຶກສາ ຈາກພາກວິຊາ ວິສະວະກຳວັດສະດຸສາດ ປີທີ 2 ແລະ ປີທີ 3 ຈຳນວນ 13 ຄົນ ແລະ ຄະນະອາຈານ 7 ທ່ານ ມະຫາວິທະຍາໄລສຸພານຸວົງ ໂດຍມີ ທ່ານ ດຣ ອານຸສັກ ພົງສະຫວັດ ຮອງຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ແລະ ຄະນະເຂົ້າຮ່ວມ. ຈຸດປະສົງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອຮຽນຮູ້-ເຂົ້າໃຈກ່ຽວກັບການທົດລອງທາງດ້ານພະລັງງານ, ຮັບຟັງການບັນລະຍາຍກ່ຽວກັບການນຳໃຊ້ເຕັກໂນໂລຊີຕ່າງໆ ແລະ ພາລະບົບບາດຂອງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່. ເຊີ່ງຖືເປັນໂອກາດທີ່ດີ ພ້ອມກັນແລກປ່ຽນຄວາມຄິດເຫັນ ການຮ່ວມມືການຄົ້ນຄວ້າໃນຕໍ່ໜ້າ ພ້ອມກັນນີ້ທາງຄະນະ ແລະ ນັກສຶກສາໄດ້ຢ້ຽມຢາມຫ້ອງທົດລອງ ກ່ຽວກັບການຄົ້ນຄວ້າທາງດ້ານພະລັງງານ.

 

ພາບ ແລະ ຂ່າວ: ສູນຄົ້ນຄວ້າພະລັງງານທົດແທນ ແລະ ພະລັງງານໃໝ່

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!