Home ຂ່າວສານຂ່າວ ກອງປະຊຸມ-ສຳມະນາ ໜ່ວຍພັກ ສພວ ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງ ປະຕິບັດ ມະຕິກອງປະຊຸມໃຫ່ຍ ຄັ້ງທີ I ໄລຍະກາງສະໄໝ

ໜ່ວຍພັກ ສພວ ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງ ປະຕິບັດ ມະຕິກອງປະຊຸມໃຫ່ຍ ຄັ້ງທີ I ໄລຍະກາງສະໄໝ

by admin

ວັນທີ່ 15 ຕຸລາ 2018 ທີ່ຜ່ານມານີ້, ໜ່ວຍພັກສະຖາບັນ ພະລັງງານທົດແທນ ແລະ ວັດສະດຸໃໝ່ ໄດ້ເປີດກອງປະຊຸມສະຫຼຸບຕີລາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍ ຄັ້ງທີ I ໄລຍະເຄິ່ງສະໄໝ ປີ 2015-2018 ແລະ ທິດທາງແຜນການວຽກຈຸດສຸມທ້າຍສະໄໝ 2018-2020 ພາຍໃຕ້ການເປັນປະທານກອງປະຊຸມຂອງ ສະຫາຍ ນ. ໄມຕີ ວົງຄໍາຊາວ, ຄະນະພັກກະຊວງ, ເລຂາໜ່ວຍພັກສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່.

ກອງປະຊຸມດັ່ງກ່າວ ໄດ້ຜ່ານບົດສະຫຼຸບຕີລາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍ ຄັ້ງທີ I ໃນໄລ ຍະຜ່ານມາຊຶ່ງປະຕິບັດຜົນສໍາເລັດຫຼາຍດ້ານ ເຊັ່ນ: ສະມາຊິກພັກທຸກສະຫາຍ ໄດ້ເຂົ້າຮ່ວມເຊື່ອມຊຶມບັນດາເອກະ ສານ, ມະຕິ, ຄໍາສັ່ງ, ບົດແນະນໍາຕ່າງໆ. ຜ່ານການເຊື່ອມຊຶມບັນດາເອກະສານດັ່ງກ່າວ ເຮັດໃຫ້ສະມາຊິກພັກພາຍ ໃນສະຖາບັນ ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ຕັ້ງໜ້າ ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ.

ກ່ຽວກັບວຽກຂະຫຍາຍສະມາຊິກພັກ, ບົດສະຫຼຸບ ໄດ້ໃຫ້ຮູ້ວ່າ ສະຖາບັນສາມາດຂະຫຍາຍ ສະມາຊິກ ພັກໃໝ່ໄດ້ 13 ສະຫາຍຊຶ່ງໃນຈໍານວນນີ້ ເປັນຍິງ 04 ສະຫາຍ; ສະມາຊິກພັກສໍາຮອງ 07 ສະຫາຍ, ຍິງ 03 ສະຫາຍ ແລະ ເປົ້າໝາຍກໍ່ສ້າງສະມາຊິກພັກໃໝ່ມີ 06 ສະຫາຍ.

ຈຸດໝາຍລວມຂອງການຂະຫຍາຍສະມາຊິກພັກ ແມ່ນເນັ້ນໃສ່ການເຄື່ອນໄຫວວຽກງານວິຊາສະເພາະທີ່ຕົນເອງຮັບຜິດຊອບໃຫ້ສໍາເລັດຕາມແຜນທີ່ວາງໄວ້ພ້ອມ ທັງຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.

ປັດຈຸບັນ, ໜ່ວຍພັກສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ໄດ້ສໍາເລັດການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ສໍາເລັດຕາມແຜນ ແລ້ວ ແລະ ໄດ້ສົ່ງພະນັກງານຂັ້ນຫົວໜ້າພະແນກເຂົ້າຮ່ວມຮຽນທິດສະດີການເມືອງ ໃນໄລຍະ 45 ວັນ ທີ່ສະຖາບັນການຄຸ້ມຄອງ ວິທະຍາສາດ ແລະ ເຕັກໂນໂລຊີ ຈໍາ ນວນ 03 ສະຫາຍ, ຍິງ 01 ສະຫາຍ.

ກ່ຽວກັບວຽກງານວິຊາສະເພາະ, ສະຖາບັນ ພະລັງງານທົດແທນ ແລະ ວັດສະດຸໃໝ່ ໄດ້ສົ່ງພະນັກງານວິຊາການເຂົ້າຮ່ວມສໍາມະນາ ແລະ ຝຶກອົບຮົມຢູ່ຕ່າງປະ ເທດກຽ່ວກັບວຽກງານວິຊາສະເພາະ ຈໍານວນ 72 ຄັ້ງ ຈໍານວນ 126 ເທື່ອຄົນ, ຢູ່ພາຍໃນ ຈໍານວນ 33 ຄັ້ງ ຈໍານວນ 89 ເທື່ອຄົນ. ພິເສດ, ພະນັກງານທີ່ສໍາເລັດຍົກລະ ດັບວິຊາສະເພາະຢູ່ພາຍໃນປະເທດດ້ວຍທຶນຕົນເອງ ລະດັບປະລິນຍາໂທ ມີ 01 ຄົນ, ປະລິນຍາຕີ 01 ຄົນ. ປັດຈຸບັນ, ພະນັກງານກໍາລັງສຶກສາດ້ວຍທຶນຕົນເອງຢູ່ພາຍໃນ ປະເທດຈໍານວນ 02 ຄົນ, ລະດັບປະລິນຍາໂທ 01 ຄົນ ແລະ ປະລິຍາຕີ 01 ຄົນ.

ກ່ຽວກັບສະຫວັດດີການສັງຄົມ, ສະຖາບັນ ພະລັງງານທົດແທນ ແລະ ວັດສະດຸໃໝ່ ໄດ້ປະຕິບັດນະໂຍບາຍຕໍ່ບັນດາສະມາຊິກພັກ-ພະນັກງານພາຍໃນສະຖາ ບັນໂດຍອີງໃສ່ນະໂຍບາຍຂອງພັກ-ລັດ ດັ່ງນີ້: ນະໂຍບາຍເກີດລູກ 08 ຄັ້ງ, ສ້າງຄອບຄົວໃໝ່ 07 ຄັ້ງ, ເຈັບເປັນ 03 ຄັ້ງ.

ກ່ຽວກັບສ້າງຊັບພະຍາກອນມະນຸດ, ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ໄດ້ຈັດຝຶກອົບຮົມທາງດ້ານວິຊາການໃຫ້ແກ່ບັນດາພະແນກວິທະຍາ ສາດ ແລະ ເຕັກໂນໂລຊີແຂວງ ຈໍານວນ 17 ຄັ້ງ ແລະ ໄດ້ຮັບນັກສຶກສາ ຈາກ ຄະນະວິທະຍາສາດທໍາມະຊາດ ແລະ ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລ ແຫ່ງຊາດ (ມຊ) ທັງໝົດ 05 ຊຸດ, ຈໍານວນ 40 ຄົນ.

ທີ່ປະຊຸມ ໄດ້ຮັບຟັງການປະກອບຄຳຄິດ ຄໍາເຫັນ ຕໍ່ ບົດສະຫຼຸບຕີລາການຈັດຕັ້ງປະຕິບັດວຽກ ຂອງໜ່ວຍພັກສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ຈາກບັນດາສະຫາຍເລຂາໜ່ວຍພັກກົມ, ສະຖາບັນ, ຫ້ອງການ ແລະ ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ ເພື່ອປັບປຸງບົດສະຫຼຸບດັ່ງກ່າວ ສົມບູນຕື່ມ.

ໃນວາລະທ້າຍຂອງກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງທ່ານປະທານກອງປະຊຸມຊຶ່ງສະຫາຍ ໄດ້ເນັ້ນວຽກງານນຈຸດສຸມແຕ່ລະດ້ານຂອງສະຖາບັນທີ່ຈະປະຕິ ບັດໃນທ້າຍສະໄໝ ໃຫ້ປະສົບຜົນສຳເລັດສູງຂຶ້ນຕື່ມ.

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!