Home ການເຄື່ອນໄຫວວຽກງານຂອງສະຖາບັນການຄົ້ນຄວ້າວຽກງານພະລັງງານ ມອບ-ຮັບ ໂຄງການຄົ້ນຄວ້ານໍາໃຊ້ເຕັກໂນໂລຊີສະໜອງນໍ້າແບບປະສົມປະສານ ເພື່ອຮັບໃຊ້ການຜະລິດກະສິກໍາ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື

ມອບ-ຮັບ ໂຄງການຄົ້ນຄວ້ານໍາໃຊ້ເຕັກໂນໂລຊີສະໜອງນໍ້າແບບປະສົມປະສານ ເພື່ອຮັບໃຊ້ການຜະລິດກະສິກໍາ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື

by Sachai Saykhammoun

ໂຄງການຄົ້ນຄວ້ານໍາໃຊ້ເຕັກໂນໂລຊີສະໜອງນໍ້າແບບປະສົມປະສານ ເພື່ອຮັບໃຊ້ການຜະລິດກະສິກໍາ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໄດ້ຮັບງົບປະມານຈາກກອງທືນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໂດຍແມ່ນກົມເຕັກໂນໂລຊີ ແລະ ນະວັດຕະກໍາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ ໂດຍນຳໃຊ້ວິຊາການພາຍໃນ ເປັນຜູ້ສໍາຫຼວດ ແລະ ຈັດຕັ້ງປະຕິບັດ ຊຶ່ງຈຸດປະສົງຂອງໂຄງການແມ່ນເພື່ອແກ້ໄຂບັນຫາການຂາດແຄນນໍ້າ ແລະ ໄພນໍ້າຖ້ວມສໍາລັບພື້ນທີ່ການຜະລິດກະສິກຳ ໃນເຂດເປົ້າໝາຍ ຄື: ເຂດເນື້ອທີ່ກະສິກໍາບຸກເບີກໃໝ່ດົງບາກ, ເຂດປູກເຂົ້າບ້ານໃໝ່ ແລະ ບ້ານຄັງ ຢູ່ ເມືອງສະໜາມໄຊ, ແຂວງອັດຕະປື ໂດຍໄດ້ສ້າງຕົວແບບລະບົບການສະໜອງນໍ້າແບບປະສົມປະສານ ຊຶ່ງໄດ້ມີການສໍາຫຼວດລະອຽດ, ອອກແບບລະບົບການບໍລິຫານຈັດການນໍ້າ ແລະ ລະບົບປໍ້ານໍ້າໂຊລ່າສູບນໍ້າພະລັງງານແສງຕາເວັນ ເຊັ່ນ: ການສ້າງອ່າງເກັບນ້ຳໃນພື້ນທີ່, ການສູບນໍ້າໃຕ້ດິນເຕີມເຂົ້າອ່າງດ້ວຍລະບົບປໍ້ານໍ້າພະລັງງານແສງຕາເວັນ, ການສ້າງທະນາຄານນໍ້າໃຕ້ດິນ, ສະໜອງເຕັກໂນໂລຊີຜະລິດນໍ້າດື່ມໃຫ້ແກ່ໂຮງຮຽນ ແລະ ການນໍາໃຊ້ກະເສດທິດສະດີໃໝ່.
ໂຄງການດັ່ງກ່າວເປັນໂຄງການໜຶ່ງທີ່ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດຢ່າງຮີບດ່ວນເພື່ອເປັນການພື້ນຟູ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນປີ 2019 ໂຄງການດັ່ງກ່າວເປັນບູລິມະສິດສຳຄັນຂອງລັດຖະບານ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດມາ ແຕ່ທ້າຍປີ 2020 ໂດຍໄດ້ແບ່ງ 3 ໄລຍະຄື: ສຳຫຼວດອອກແບບ, ກໍ່ສ້າງຕິດຕັ້ງ ແລະ ຝຶກອົບຮົມສະຫະກອນຜູ້ເຮັດການຜະລິດ. ພາຍຫຼັງໄດ້ສຳເລັດການສຳຫຼວດແລ້ວແມ່ນໄດ້ເລີ່ມຈັດຕັ້ງປະຕິບັດບັນດາກິດຈະກຳໂດຍສະເພາະແມ່ນໄດ້ເລີ່ມກໍ່ສ້າງອ່າງກັກເກັບນ້ຳ ຈຳນວນ 3 ອ່າງ ແລະ ຂຸດລອກໜອງຫຼັກ ຈໍານວນ 1 ອ່າງ ແຕ່ເດືອນ 4 / 2021 ຈົນມາຮອດ ເດືອນ 4 / 2022 ຈຶ່ງໄດ້ກໍ່ສ້າງອ່າງສໍາເລັດ ຄື: ອ່າງເກັບກັກນໍ້າຈຸດທີ 1 (ເຂດສວນມັນ), ອ່າງເກັບກັກນໍ້າຈຸດທີ 2 (ເຂດໜອງແປນ), ອ່າງເກັບກັກນໍ້າຈຸດທີ 3 (ເຂດສ່ວນຫຍ້າ) ແລະ ອ່າງກັກເກັບນໍ້າຈຸດທີ 4 ( ຂຸດລອກໜອງຫຼັກ ), ໄດ້ສໍາເລັດເຈາະນໍ້າບາດານ ແລະ ຕິດຕັ້ງລະບົບສູບນໍ້າໄຟຟ້າແສງຕາເວັນ ຂະໜາດ 14,4 KW ຈໍານວນ 8 ຈຸດ ເຂດດົງບາກ 06 ຈຸດ, ເຂດບ້ານໃໝ່(ທ່າຫີນ) 01 ຈຸດ ແລະ ເຂດບ້ານຄັງ ຈໍານວນ 01 ຈຸດ. ພ້ອມນັ້ນ, ໄດ້ຕິດຕັ້ງເຄື່ອງກັ່ນຕອງນໍ້າສະອາດ ຈໍານວນ 05 ຊຸດ ຄື: ໂຮງຮຽນ ມສ ສະໜາມໄຊ ຈໍານວນ 1 ຊຸດ, ໂຮງຮຽນ ປະຖົມດົງບາກໃໝ່ ຫີນຄໍາ ຈໍານວນ 1 ຊຸດ, ໂຮງຮຽນ ປະຖົມດອນບົກໃໝ່ ທ່າແສງຈັນ ຈໍານວນ 1 ຊຸດ, ໂຮງຮຽນ ປະຖົມຫີນລາດໃໝ່ ຕະມໍຢອດ ຈໍານວນ 1 ຊຸດ ແລະ ໂຮງຮຽນ ປະຖົມສະໜອງໃຕ້ ປິນດົງ ຈໍານວນ 1 ຊຸດ.
ພາຍຫຼັງການຈັດຕັ້ງປະຕິບັດໂຄງການດັ່ງກ່າວແລ້ວຈະຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ເມືອງສະໜາມໄຊໃຫ້ດີຂຶ້ນ ເຊັ່ນ: ເປັນການນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອການບໍລິຫານຈັດການນໍ້າ(ລະດູແລງ, ລະດູຝົນ ແລະ ເກັບນໍ້າໄວ້ໃຊ້), ມີລະບົບສະໜອງນໍ້າໃຫ້ເຂດການຜະລິດກະສິກໍາ ໃນລະດູແລ້ງ, ມີຄະນະກໍາມະການຄຸ້ມຄອງບໍລິຫານຈັດການນໍ້າຂອງຊຸມຊົນ, ປະຊາຊົນມີລາຍຮັບສາມາດເຮັດການຜະລິດໄດ້ໃນລະດູແລ້ງ, ມີນໍ້າດື່ມສະອາດໃຫ້ຄູ ແລະນັກຮຽນ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ, ປະຊາຊົນມີຄວາມສາມາດໃນການຄຸ້ມຄອງຊັບພະຍາກອນນໍ້າຂອງທ້ອງຖິ່ນ ເພື່ອຮັບປະກັນການພັດທະນາໃນເຂດຊົນນະບົດ, ຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມສ່ຽງໄພພິບັດ, ເປັນຕົວແບບທີ່ດີ ໃນການຄຸ້ມຄອງຊັບພະຍາກອນນໍ້າໃນທ້ອງຖິ່ນ ທີ່ກ່ຽວຂ້ອງກັບ ລະບົບການສະໜອງນໍ້າ, ການແກ້ໄຂນໍ້າຖ້ວມ, ໄພແຫ້ງແລ້ງ, ນໍ້າໃຕ້ດິນ, ນໍາໃຊ້ເຕັກໂນໂລຊີ ພະລັງງານທົດແທນ ທີ່ສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ປະຊາຊົນສາມາດຂະຫຍາຍຜົນການຜະລິດທາງດ້ານກະສິກໍາ, ເພີ່ມລາຍຮັບ, ແກ້ໄຂຊີວິດການເປັນຢູ່ດີຂື້ນ ແລະ ສ້າງຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະ ເຮັດໃຫ້ການພັດທະນາເສດຖະກິດ – ສັງຄົມ ໃຫ້ມີຄວາມຍືນຍົງ.
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ ແລະ ມອບ-ຮັບໂຄງການ ດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 01 ກຸມພາ 2023 ທີ່ຫ້ອງວ່າການແຂວງ ອັດຕະປື ໂດຍການເຂົ້າຮ່ວມຂອງທ່ານ ສຸມານະ ຈຸລາມະນີ, ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຂັນທອງ ຍິ້ນດາວົງ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ອັດຕະປຶ, ມີບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!