Home ຂ່າວສານຂ່າວ ກອງປະຊຸມ-ສຳມະນາ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ສປປ ລາວ ແລະ ມະຫາວິທະຍາໄລສ້າງຄູຢຸນນານ, ສປ ຈີນ ປະຊຸມປຶກສາຫາລືກ່ຽວກັບການວາງແຜນວຽກງານການຮ່ວມມືທັງສອງຝ່າຍ

ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ສປປ ລາວ ແລະ ມະຫາວິທະຍາໄລສ້າງຄູຢຸນນານ, ສປ ຈີນ ປະຊຸມປຶກສາຫາລືກ່ຽວກັບການວາງແຜນວຽກງານການຮ່ວມມືທັງສອງຝ່າຍ

by admin

ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ສປປ ລາວ ແລະ ມະຫາວິທະຍາໄລສ້າງຄູຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວາງແຜນວຽກງານການຮ່ວມມືກັນທັງສອງຝ່າຍໃນຕໍ່ໜ້າ ໂດຍນຳໃຊ້ລະບົບເຕັກໂນໂລຊີດິຈິຕອນທີ່ທັນສະໄໝ ລະບົບກອງປະຊຸມທາງໄກ ເພື່ອຫຼີກລ້ຽງການແຜ່ລະບາດຂອງເຊື້ອພະຍາດ COVID-19, ທັງເປັນການປະຢັດເວລາ, ງົບປະມານ ແລະ ເພື່ອຊຸກຍູ້ສົ່ງເສີມໃຫ້ມີການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມທັນສະໄໝ ແລະ ວ່ອງໄວ.

ຈຸດປະສົງຂອງກອງປະຊຸມເພື່ອແລກປ່ຽນແນວຄວາມຄິດໃນການຈັດຕັ້ງປະຕິບັດວຽກງານທີ່ຈະມີມາໃນຕໍ່ໜ້າ ພ້ອມກັນວາງແຜນວຽກງານໃນແຕ່ລະຂັ້ນຕອນ ເພື່ອກຽມຄວາມພ້ອມທາງດ້ານການວາງແຜນ ແລະ ການປະຕິບັດວຽກງານການຮ່ວມມືດ້ານຕ່າງໆ ເຊີ່ງທັງສອງຝ່າຍໄດ້ຕົກລົງເອກະພາບກັນ ໃນຫຼາຍດ້ານຄື:

– ຮ່ວມກັນຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮ່ວມມືກັນຜ່ານມາ ແລະ ໂຄງການທີ່ກຳລັງຢູ່ໃນຂັ້ນຕອນສະ ເໜີໃໝ່;

– ພ້ອມກັນແບ່ງຄວາມຮັບຜິດຊອບຂອງແຕ່ລະຝ່າຍໃນການຈັດຕັ້ງປະຕິບັດວຽກງານ ແລ້ວຈັດກອງປະຊຸມອີກເທື່ອໜື່ງເພື່ອຄວາມເປັນເອກະພາບ;

– ຝ່າຍລາວກະກຽມລາຍຊື່ນັກສຳມະກອນທັງພາຍໃນ ແລະ ຕ່າງປະເທດເພື່ອກຽມຄວາມພ້ອມສຳລັບການຝຶກອົບຮົມ ຄາດວ່າຈະຈັດຂຶ້ນໃນທ້າຍປີ 2020 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ພ້ອມກັບຄົ້ນຄວ້າສະຖານທີ່ຕິດຕັ້ງໂຄງການສາທິດຕ່າງໆໃນຕໍ່ໜ້າ;

ກອງປະຊຸມປຶກສາຫາລືໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດ 2020, ໃຫ້ກຽດເປັນປະທານກອງປະຊຸມຝ່າຍລາວແມ່ນທ່ານ ນາງ ໄມຕີ ວົງຄຳຊາວ, ຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ແລະ ຝ່າຍຈີນ ແມ່ນທ່ານ ສດຈ ດຣ ຫຼີໝິງ, ຫົວໜ້າສະຖາບັນຄົ້ນຄວ້າພະລັງງານແສງຕາເວັນ, ມະຫາວິທະຍາໄລສ້າງຄູຢຸນນານ, ສປ ຈີນ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມກອງປະຊຸມ.

ບົດຂ່າວ: ວິໄລທອງ ແອມີໄຊ

ຮູບພາບ: ພອນທິບ ພົນທອງສີ

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!