Home ຂ່າວສານຂ່າວ ການເຄື່ອນໄຫວ ສພບ ຕ້ອນຮັບ ຄະນະທິມງານ ສະຖາບັນຄົ້ນຄ້ວາພະລັງງານ ແລະ ບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່

ຕ້ອນຮັບ ຄະນະທິມງານ ສະຖາບັນຄົ້ນຄ້ວາພະລັງງານ ແລະ ບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່

by admin

ໃນວັນທີ23 ກໍລະກົດ 2020 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ທ່ານ ບຸນຈັນ ດວງວິໄລ, ຮອງຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ພ້ອມດ້ວຍຄະນະສະຖາບັນ ແລະ ຄະນະພະແນກ ໄດ້ຕ້ອນຮັບ ຄະນະທິມງານ ສະຖາບັນຄົ້ນຄ້ວາພະລັງງານ ແລະ ບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ນຳພາຄະນະລົງຢ້ຽມຢາມໂດຍ ທ່ານ ປອ ອະນຸສັກ ພົງສະຫວັດ, ຮອງຫົວໜ້າສະຖາບັນຄົ້ນຄ້ວາພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຄະນະ, ທີ່ໄດ້ລົງຢ້ຽມຢາມຫ້ອງທົດລອງ ແລະ ປຶກສາຫາລືແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ໃນການນຳໃຊ້ອຸປະກອນເຄື່ອງມືຫ້ອງທົດລອງ ແລະ ບຸກຄະລາກອນ ທີ່ມີຢູ່ຮ່ວມກັນ ສຶກສາຄົ້ນຄ້ວາທົດລອງ ເພື່ອເສີມຂະຫຍາຍເຂົ້າໃນຂົງເຂດວຽກງານສອງຝ່າຍ, ພ້ອມທັງປຶກສາວຽກງານການຄົ້ນຄວ້າ ແລະ ອື່ນໆ.

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!