Home ຂ່າວສານຂ່າວ ການເຄື່ອນໄຫວ ສພບ 3 ໜ່ວຍພັກ ພາຍໃນ ອົງຄະນະພັກ ກວຕ ຮັບເອົາມະ ຊົນກ້າວໜ້າ ເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສຳຮອງ ແລະ ສົມບູນ

3 ໜ່ວຍພັກ ພາຍໃນ ອົງຄະນະພັກ ກວຕ ຮັບເອົາມະ ຊົນກ້າວໜ້າ ເປັນສະມາຊິກພັກສໍາຮອງ ແລະ ເລື່ອນສະມາຊິກພັກສຳຮອງ ແລະ ສົມບູນ

by admin

3 ໜ່ວຍພັກ ພາຍໃນ ອົງຄະນະພັກ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ (ກວຕ) ຊຶ່ງປະກອບມີ: ໜ່ວຍພັກສະຖາບັນ ການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ (ສຄວຕ), ໜ່ວຍພັກສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ (ສພວ) ແລະ ໜ່ວຍພັກກົມເຕັກໂນໂລຊີ ແລະ ນະວັດຕະກຳ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະ ຊາຊົນປະຕິວັດລາວໃນວັນທີ 12 ສິງຫາ 2020, ທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກໍາມະການ ສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ໃນພິທີຄັ້ງນີ້, ສະຫາຍ ພິມພາ ອຸດທະຈັກ, ເລຂາໜ່ວຍພັກ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການ ຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງຂອງ ໜ່ວຍພັກ ສຄວຕ ຈໍານວນ 1 ສະຫາຍ, ຍິງ 1 ສະຫາຍ. ພ້ອມດຽວກັນນັ້ນ, ສະຫາຍ ນາງ ໄມຕີ ວົງຄໍາຊາວ, ຄະນະພັກກະຊວງ, ເລຂາໜ່ວຍພັກ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກ ພັກສຳຮອງຂອງໜ່ວຍພັກ ສພວ ຈໍານວນ 1 ສະຫາຍ.

ໃນໂອກາດດຽວກັນນີ້ ຍັງໄດ້ຈັດພິທີ ເລື່ອນສະມາຊິກພັກສໍາຮອງຂຶ້ນ ເປັນສະມາຊິກພັກສົມບູນຂອງ ໜ່ວຍພັກກົມເຕັກໂນໂລຊີ ແລະ ນະວັດຕະກຳ ຈຳນວນ 4 ສະຫາຍ, ຍິງ 2 ສະຫາຍ. ຊຶ່ງຂຶ້ນຜ່ານມະຕິໂດຍ ສະຫາຍ ສຸມານະ ຈຸລາມະນີ, ຄະນະພັກກະຊວງ, ເລຂາໜ່ວຍພັກກົມເຕັກໂນໂລຊີ ແລະ ນະວັດຕະກຳ.

ໃນພິທີດັ່ງກ່າວຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ຊຶ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ໜ່ວຍພັກດັ່ງກ່າວ ທີ່ໄດ້ກໍ່ສ້າງໜ່ວຍພັກຂອງຕົນໃຫ້ມີຄວາມເຂັ້ມແຂງຂຶ້ນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ບັນດາມະຫາຊົນກ້າວໜ້າທີ່ໄດ້ບຸກບືນກໍ່ສ້າງຕົນເອງຈົນ ກ້າວເຂົ້າເປັນສະມາຊິກ ພັກສຳຮອງ ແລະ ສະມາຊິກພັກສຳຮອງຂຶ້ນເປັນສະມາຊິກສົມບູນ.

ສະຫາຍ ກ່າວວ່າ: ບັນດາສະມາຊິກພັກສຳຮອງ ທີ່ໄດ້ເລື່ອນເປັນສະມາຊິກພັກສົມບູນໃນຄັ້ງນີ້ແມ່ນເປັນເຫດການໜຶ່ງທີ່ສໍາຄັນສຳລັບອົງຄະນະພັກກະຊວງ ຂອງພວກເຮົາ ແລະ ເປັນເຫດການທີ່ສໍາຄັນສຳລັບບັນດາສະມາຊິກພັກເອງ, ການເຂົ້າເປັນສະມາຊິກພັກຂອງພັກປະຊາຊົນປະຕິວັດລາວ ແມ່ນມີກຽດອັນສູງສົ່ງທີ່ບັນດາ ສະມາຊິກພັກທຸກສະຫາຍ ຈະໄດ້ມີໂອກາດເຂົ້າມາຮັບໃຊ້ພັກ, ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນ ຢ່າງເຕັມປ່ຽມ ແລະ ເດີນຕາມອຸດົມການຂອງພັກ, ການເຂົ້າເປັນສະ ມາຊິກພັກ ຕ້ອງຖືເອົາສິດຜົນປະໂຫຍດສ່ວນລວມຫຼາຍກວ່າສິດຜົນປະໂຫຍດສ່ວນຕົວ ຍາມໃດຕ້ອງກຽມພ້ອມຕາມມະຕິສຳສັ່ງຂອງພັກ, ຍອມເສຍສະຫຼະທຸກສິ່ງທຸກ ຢ່າງທັງຊີວິດ ແລະ ເລືອດເນື້ອ ເພື່ອອຸດົມການປະຕິວັດ, ອຸດົມການອັນສູງສົ່ງຂອງສະມາຊິກພັກ, ສະມາຊິກພັກຕ້ອງເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນກ້າວໜ້າເພື່ອຮໍ່າ ຮຽນເອົາເປັນແບບຢ່າງໃນການກໍ່ສ້າງເຂົາເຈົ້າໃຫ້ກາຍເປັນສະມາຊິກພັກສຳຮອງທີ່ມີຄຸນນະພາບໃນຕໍ່ໜ້າ ແລະ ເພື່ອເຮັດໃຫ້ພັກເຮົານັບມື້ນັບມີຄວາມເຂັ້ມແຂງຖ້າພັກປະ ຊາຊົນປະຕິວັດລາວນັບມື້ມີຄວາມເຂັ້ມແຂງ, ໝາຍຄວາມວ່າ: ລະບອບປະຊາທິປະໄຕແມ່ນນັບມື້ມີຄວາມເຂັ້ມແຂງ.

ພ້ອມດຽວກັນນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ ກໍຄື ບັນດາເລຂາໜ່ວຍພັກຫ້ອງການ, ກົມ, ສະຖາບັນ ແລະ ສະມາຊິກພັກທຸກສະຫາຍຈົ່ງສືບ ຕໍ່ເສີມຂະຫຍາຍຄວາມສາມາມັກຄີເປັນຈິດໜຶ່ງໃຈດຽວ ທີ່ອົງຄະນະພັກກະຊວງຂອງພວກເຮົາມີມູນເຊື້ອມາແລ້ວ ຊຶ່ງຍາມໃດພວກເຮົາຕ້ອງຢູ່ພາຍໃຕ້ການຊີ້ນຳ-ນຳພາ ຂອງກົມການເມືອງສູນກາງພັກ ຂອງເລຂາທິການໃຫຍ່ ທີ່ເປັນແກນນຳເປັນຄັນທຸງຂອງພັກເຮົາ, ປະຕິບັດຕາມທິດຊີ້ນໍາຂອງຄະນະເລຂາທິການສູນກາງພັກ ແລະ ຄະນະ ຈັດຕັ້ງສູນກາງພັກ ເພື່ອພ້ອມກັນກຽມພ້ອມກອງປະຊຸມໃຫຍ່ຂອງຜູ້ແທນສະມາຊິກພັກ ຄັ້ງທີ 2 ຂອງອົງຄະນະພັກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ປະສົບ ຜົມສຳເລັດ.

ເຂົ້າຮ່ວມໃນພິທີຄັ້ງນີ້, ມີບັນດາສະຫາຍຄະນະພັກກະຊວງ, ເລຂາໜ່ວຍພັກຫ້ອງການ, ກົມ, ສະຖາບັນ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ພ້ອມ ດ້ວຍສະມາຊິກຂອງ 3 ໜ່ວຍພັກດັ່ງກ່າວ ຈຳນວນ 50 ກວ່າສະຫາຍ.

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!