Home ຂ່າວສານ ທ່ານ ລັດທະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ສະຖາບັນຄົ້ນຄວ້າ ພະລັງງານ ແລະ ບໍ່ແຮ່.

ທ່ານ ລັດທະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລົງຊຸກຍູ້ວຽກງານຮອບດ້ານ ຢູ່ສະຖາບັນຄົ້ນຄວ້າ ພະລັງງານ ແລະ ບໍ່ແຮ່.

by Sachai Saykhammoun

ວັນທີ 08 ພຶດສະພາ 2023 ຜ່ານມານີ້, ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ເເລະ ບໍ່ເເຮ່, ໄດ້ລົງຊຸກຍູ້, ພົບປະໂອ້ລົມ ເເລະ ເຮັດວຽກວິຊາສະເພາະ ຢູ່ ສະຖາບັນຄົ້ນຄວ້າພະລັງງານ ເເລະ ບໍ່ເເຮ່ (ສພບ), ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ພູວຽງ ເເກ້ວບຸບຜາ ຫົວໜ້າສະຖາບັນຄົ້ນຄ້ວາພະລັງງານ ເເລະ ບໍ່ເເຮ່ ພ້ອມດ້ວຍຄະນະ ເເລະ ພະນັກງານລັດຖະກອນພາຍໃນສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່. ຮ່ວມຕິດຕາມເຄື່ອນໄຫວ ທ່ານ ລັດຖະມົນຕີ ຄັ້ງນີ້ ມີ ທ່ານ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງພະລັງງານ ເເລະ ບໍ່ເເຮ່.

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!