Home ຂ່າວສານຂ່າວ ການເຄື່ອນໄຫວ ສພບ ເຊັນບົດບັນທຶກວ່າດ້ວຍການຄົ້ນຄວ້າ ແລະ ພັດທະນາ ເຕັກໂນໂລຊີພະລັງງານແສງຕາເວັນ

ເຊັນບົດບັນທຶກວ່າດ້ວຍການຄົ້ນຄວ້າ ແລະ ພັດທະນາ ເຕັກໂນໂລຊີພະລັງງານແສງຕາເວັນ

by admin

ຕອນບ່າຍຂອງວັນທີ 30 ມັງກອນ 2020 ຜ່ານມາ ຢູ່ຫ້ອງປະຊຸມຊັ້ນ 4, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ກົມແຜນການ ແລະ ຮ່ວມມື, ສະຖາບັນພະລັງງານ ແລະ ວັດສະດຸໃໝ່, ກວຕ, ບໍລິສັດ AMZ Group ຈຳກັດ ແລະ ບໍລິສັດ Marubeni ຈຳກັດ ໄດ້ເຊັນບົດບັນທືກຄວາມເຂົ້າໃຈວ່າດ້ວຍການສຶກສາ ຄວາມເປັນໄປໄດ້ໃນການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີພະລັງງານແສງຕາເວັນໃນ ສປປ ລາວ.

ໂອກາດນີ້, ທ່ານ ປອ. ຄຳເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ຮ່ວມມື ກ່າວວ່າ: ການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຍຸກສະໄໝປະຕິວັດອຸດສາຫະກໍາຄັ້ງທີ 4.0 ນີ້ ຈໍາເປັນຕ້ອງ ໄດ້ນໍາໃຊ້ ແລະ ພັດທະນາເຕັກໂນໂລຊີ ເພື່ອຍົກສູງຄວາມຮູ້ຄວາມສາມາດ ໃນການຄົ້ນຄວ້າ ແລະ ພັດທະນາ, ໂດຍສະເພາະ ແມ່ນການພັດທະນາຊັບພະຍາກອນມະນຸດໃນຂົງເຂດ ວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ນັບມື້ ນັບສູງຂື້ນ, ສະນັ້ນ ການເຊັນບົດບັນທຶກ ຄວາມເຂົ້າໃຈໃນຄັ້ງນີ້ ແມ່ນ ສອດຄ່ອງກັບຈຸດສຸມຂອງແຜນພັດທະນາ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃນປັດຈຸບັນ.

ທ່ານ ກ່າວວ່າ: ອີກດ້ານໜຶ່ງແມ່ນເພື່ອສຶກສາຄວາມເປັນໄປໄດ້ການຮ່ວມມືໃນອະນາຄົດ, ໂດຍສະເພາະແມ່ນການຍົກສູງການນໍາໃຊ້ວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ ແລະ ພັດທະນາພະລັງງານໄຟຟ້າແສງຕາເວັນ ຢູ່ ສປປ ລາວ. ບໍລິສັດ Marubeni ຈາກປະເທດ ຍີ່ປຸ່ນ ຊຶ່ງເປັນບໍລິສັດແຖວໜ້າຂອງ ປະເທດຍີ່ປຸ່ນ ມີປະສົບການສູງໃນວຽກງານດັ່ງກ່າວ.

ທ່ານ SHIGERUNAGASHIMA, ຮອງອຳນວຍການ, ພະແນກພັັດທະນາທຸລະກິດພະລັງງານ ໄດ້ກ່າວວ່າ: ກຸ່ມບໍລິສັດ Marubeni ຂອງພວກເຮົາ ມີຖານໂຮງງານ ແລະ ສະຖານີຜະລິດພະລັງງານໄຟຟ້າຢູ່ທົ່ວໂລກຫຼາຍກວ່າ 38000 MW ໂດຍເປັນທຸລະກິດຮ່ວມພັດທະນາ IPP ສຳຫຼັບທຸລະກິດຜະລິດພະລັງງານ ແສງຕາເວັນ.

ພວກເຮົາ ໄດ້ລົງທຶນພັດທະນາຢູ່ໃນຂົງເຂດພູມມີພາກຕາເວັນອອກກາງປະເທດອາບູດາບີ (Abu dhabi); ພວກເຮົາໄດ້ສ້າງສະຖານີຜະລິດພະລັງງານໄຟຟ້າ ແສງຕາເວັນ 1177 MW ໄດ້ສຳເລັດແລ້ວໃນເດືອນ ເມສາ ປີ 2019 ທີ່ຜ່ານມາ.

ຫຼັງຈາກນັ້ນ, ກຸ່ມບໍລິສັດຂອງພວກເຮົາກໍໄດ້ເຊັນສັນຍາຊື້-ຂາຍໄຟ PPA ເພື່ອສ້າງຕັ້ງສະຖານີຜະລິດພະລັງງານແສງຕາເວັນຢູ່ປະເທດກາຕ້າ (Qatar) 800 MW; ພວກເຮົາ ໄດ້ຮັບຜົນສຳເລັດໃນການລົງທຶນພັດທະນາສະຖານີຜະລິດພະລັງງານໄຟຟ້າແສງຕາເວັນແບບມີສ່ວນຮ່ວມກັບພາກພື້ນຕາມນະໂຍບາຍ IPP.

ກຸ່ມບໍລິສັດ ຂອງພວກເຮົາ ເປັນກຸ່ມບໍລິສັດທີ່ຜະລິດພະລັງງານແສງຕາເວັນອັນດັບໜຶ່ງຂອງໂລກ. ການລົງທຶນຢູ່ອາຊີ, ພວກເຮົາໄດ້ຊອກຫາພື້ນທີ່ດິນ ໃນການ ພັດທະນາສະຖານີຜະລິດໄຟຟ້າແສງຕາເວັນທີ່ໃຫຍ່ກວ່າ 100 MW ຂຶ້ນໄປໄດ້ຍາກຫຼາຍ ເພື່ອຜະລິດໄຟຟ້າທີ່ຖືກພ້ອມທັງເປັນພະລັງງານທົດແທນທີ່ຂາວສະອາດ ແລະ ດີຕໍ່ສິ່ງແວດລ້ອມ.

ປະເທດລາວ ເປັນປະເທດທີ່ໄດ້ຮັບແສງຕາເວັນຫຼາຍ ຊຶ່ງພວກເຮົາມີຄວາມຕ້ອງການໃນການຮ່ວມມືກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອນຳໃຊ້ ທີ່ດິນຂອງປະເທດລາວໃຫ້ເກີດປະໂຫຍດ. ກຸ່ມບໍລິສັດ Marubeni ມີຄວາມຫວັງວ່າຈະນຳໃຊ້ປະສົບການ ແລະ ເຕັກໂນໂລຊີຂອງກຸ່ມບໍລິສັດຂອງພວກເຮົາມາປະກອບ ສ່ວນເຂົ້າໃນ ການສ້າງສະຖານີຜະລິດໄຟຟ້າແສງຕາເວັນທີ່ໃຫຍ່ທີ່ສຸດໃນອາຊີໃຫ້ປະສົບຄວາມສຳເລັດຢ່າງທີ່ຫວັງໄວ້ໄດ້.

ໃນການສຶກສາຄວາມເປັນໄປໄດ້ (Pre-FS) ໃນຄັ້ງນີ້ ໄດ້ມີການພັດທະນາສະຖານີຜະລິດໄຟຟ້າແສງຕາເວັນນັບມື້ນັບມີຄວາມກ້າວໜ້າຫຼາຍຂຶ້ນ. ການນຳໃຊ້ ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ໆເຂົ້າໃນການສ້າງໃຫ້ເປັນເສດຖະກິດຕ້ອງໄດ້ມີການຕັດສິນໃຈຢ່າງວ່ອງໄວ.

ພວກເຮົາ ຄິດວ່າຄວາມສຳເລັດຂອງໂຄງການນີ້ ຕ້ອງໄດ້ມີການຮ່ວມມື້ຈາກປະເທດອ້ອມຂ້າງໃນການຊົມໃຊ້ພະລັງງານແສງຕາເວັນ, ດັ່ງນັ້ນ ພວກເຮົາຫວັງຢ່າງ ຍິ່ງວ່າຈະໄດ້ຮັບການສະໜັບສະໜູນ ແລະ ຄວາມຮ່ວມມືຈາກທາງພາກລັດ. ປີ 2020 ນີ້ ເປັນປີທີ່ສະເຫຼີມສະຫຼອງສາຍພົວພັນທາງການທູດລະຫວ່າງ ລາວ-ຍີປຸ່ນ ຄົບ ຮອບ 65 ປີ ຊຶ່ງພວກເຮົາຫວັງວ່າໂຄງການ Pre-FS ຂອງໂຄງການນີ້ ຈະເປັນນິມິດໝາຍທີ່ດີ ແລະ ຂອງຂວັນອັນລ້ຳຄ່າໃຫ້ແກ່ສາຍພົວພັນ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບ ແໜ້ນແຟ້ນຍິ່ງຂຶ້ນ.

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!