Home ຂ່າວສານ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ລົງເຄື່ອນໄຫວວຽກງານເກັບກຳຂໍ້ມູນ ຢູ່ 2 ແຂວງພາກກາງ ແລະ 2 ແຂວງພາກເໜືອ

ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ລົງເຄື່ອນໄຫວວຽກງານເກັບກຳຂໍ້ມູນ ຢູ່ 2 ແຂວງພາກກາງ ແລະ 2 ແຂວງພາກເໜືອ

by admin

ໃນລະຫວ່າງວັນທີ 23-27 ພຶດສະພາ 2022, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ລົງເຄື່ອນໄຫວວຽກງານເກັບກຳຂໍ້ມູນ ແລະ ຮ່ວມເຮັດວຽກກັບ 2 ແຂວງພາກກາງ ແລະ 2 ແຂວງພາກເໜືອ. ໂດຍປະຕິບັດຕາມຂໍ້ຕົກລົງ ລັດຖະມົນຕີ, ສະບັບເລກທີ 869/ພບ, ລົງວັນທີ 5/5/2022. ໂດຍການນຳພາຂອງ ທ່ານ ປອ ອານຸສັກ ພົງສະຫວັດ ພ້ອມດ້ວຍທີມງານວິຊາການຈາກ ສູນຄົ້ນຄວ້າພະລັງງານທົດແທນ ແລະ ພະລັງງານໃໝ່. ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານ ຂະແໜງພະລັງງານ ແລະ ບໍ່ແຮ່ ຂອງພະແນກ ພບ ຢູ່ແຕ່ລະແຂວງ ແລະ ເປັນການເກັບກຳຂໍ້ມູນໃນຂະແໜງວຽກງານພະລັງງານ, ເພື່ອນຳມາສ້າງເປັນຖານຂໍ້ມູນໃນການຮັບໃຊ້ເຂົ້າໃນການຈັດຕັ້ງວຽກງານຂອງ ສພບ ໃນອານາຄົດ.

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!