Home ຂ່າວສານຂ່າວ ການເຄື່ອນໄຫວ ສພບ ມອບ-ຮັບ ໂຄງການທົດລອງນໍາໃຊ້ພະລັງງານແສງຕາ ເວັນຜະລິດໄຟຟ້າ ໃສ່ບ່ອນຈອດລົດ

ມອບ-ຮັບ ໂຄງການທົດລອງນໍາໃຊ້ພະລັງງານແສງຕາ ເວັນຜະລິດໄຟຟ້າ ໃສ່ບ່ອນຈອດລົດ

by admin

ພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການທົດລອງນໍາ ໃຊ້ພະລັງງານແສງຕາເວັນຜະລິດໄຟຟ້າ ໃສ່ຫຼັງຄາບ່ອນຈອດລົດ ໄດ້ຈັດຂຶ້ນໃນຕອນແລງວັນທີ 7ພະຈິກ2019 ທີ່ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ (ດົງໝາກຄາຍ), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍການເຊັນມອບຂອງ ທ່ານ ໝ່າ ໝິນຊຽງ, ຫົວໜ້າສະພາບັນດິດ ເຕັກນິກຂໍ້ມູນຂ່າວສານ ແລະ ວິທະຍາສາດ ແຂວງຢຸນນານ, ສປ ຈີນ ແລະ ເຊັນຮັບ ໂດຍທ່ານ ນາງ ໄມຕີ ວົງຄໍາຊາວ, ຫົວໜ້າສະຖາບັນ ພະລັງງານທົດແທນ ແລະ ວັດສະດຸໃໝ່ ໂດຍມີທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ, ບັນດາທ່ານ ຮອງລັດຖະມົນຕີ, ທ່ານ ຝູ ຕິ່ງເຫວິ່ນ, ຜູ້ຈັດການບໍລິສັດ ເຕັກໂນໂລຊີ ພະລັງງານສະອາດ ແຂວງ ຢຸນນານ ສປ ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ໄມຕີ ວົງຄໍາຊາວ ກ່າວວ່າ: ໂຄງການທົດລອງນໍາໃຊ້ພະລັງງານແສງຕາເວັນຜະລິດໄຟຟ້າ ໃສ່ບ່ອນຈອດລົດພາຍໃຕ້ໂຄງການ ສ້າງສູນຮ່ວມມືດ້ານສ້າງສູນຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ພະລັງງານແສງຕາເວັນ ລາວ-ຈີນ ແມ່ນການ ຮ່ວມມື ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ ຈີນ ໂດຍແມ່ນກົມແຜນການ ແລະ ຮ່ວມມື, ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ແລະ ສະພາບັນດິດ ເຕັກນິກຂໍ້ມູນຂ່າວສານ ແລະ ວິທະຍາສາດ ແຂວງຢຸນນານ ສປ ຈີນ ທີ່ທັງສອງຝ່າຍ ໄດ້ເຊັນບົດບັນທຶກຮ່ວມມື ວັນທີ 24 ສິງຫາ 2018 ທີ່ຜ່ານມາ ແລະ ປັດຈຸບັນໄດ້ສຳເລັດການຕິດຕັ້ງ ລະບົບໃສ່ຫຼັງຄາບ່ອນຈອດລົດຂອງ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ຊຶ່ງເປັນຈຸດສາທິດທົດລອງທີ່ກຳນົດໄວ້ໃນເບື້ອງຕົ້ນ.

ທ່ານ ກ່າວຕື່ມວ່າ: ລະບົບດັ່ງກ່າວ ແມ່ນນຳໃຊ້ລະບົບພະລັງງານແສງຕາເວັນ ປະເພດ Polycrytalise ຂະໜາດ 270 w ລວມທັງໝົດ 120 ແຜ່ນ ແລະ ໄດ້ແບ່ງອອກເປັນ 6 ກຸ່ມ (ກຸ່ມລະ 20 ແຜ່ນ) ດ້ວຍລະບົບຕໍ່ລຽນ, ກຳລັງການຜະລິດໄຟຟ້າສູງສຸດປະມານ 32,40 ກິໂລວັດ ລວມເປັນມູນຄ່າທັງໝົດ 423,00,000 ກວ່າກີບ. ຊຶ່ງລະບົບດັ່ງກ່າວ ກໍ່ໄດ້ເປີດທົດລອງນໍາໃຊ້ລະບົບເພື່ອທົດສອບ, ກວດກາເບິ່ງການເຮັດວຽກຂອງລະບົບອຸປະກອນຕ່າງໆຂອງລະບົບ ແລະ ໄດ້ເຊື່ອມຕໍ່ເຂົ້າກັບ ລະບົບຕິດຕັ້ງຕາຂ່າຍໄຟຟ້າຂອງອາຄານພາຍໃນສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ເຫັນໄດ້ວ່າລະບົບດັ່ງກ່າວແມ່ນສາມາດຜະລິດໄຟຟ້າດ້ວຍລະບົບ ໄຟຟ້າ 3 ເຟສ (3 Phase) ເປັນປົກກະຕິ, ສາມາດຜະລິດໄຟຟ້າສາມາດຜະລິດໄຟຟ້າ ປ້ອນເຂົ້າຕາຂ່າຍຕາມຄວາມສາມາດການຜະລິດໄຟຟ້າ ແລະ ປະລິມານແສງແດດ ຂອງແຕ່ລະມື້ ໂດຍສາມາດຫຼຸດຜ່ອນການຊົມໃຊ້ໄຟຟ້າຕາຂ່າຍ ລົງປະມານ 20-30 % ໃນຕອນກາງເວັນ.

ໃນວັນດຽວກັນ, ໂອກາດທີ່ທ່ານ ໝ່າ ໝິນຊຽງ, ຫົວໜ້າສະພາບັນດິດ ເຕັກນິກຂໍ້ມູນຂ່າວສານ ແລະ ວິທະຍາສາດ ແຂວງຢຸນນານ, ສປຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ຄັ້ງນີ້ຍັງໄດ້ເຂົ້າຢ້ຽມຂຳ່ນັບ ແລະ ປຶກສາຫາລືການຮ່ວມມືສອງຝ່າຍກັບ ທ່ານ ບັນດິດ ສຈ.ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ທີ່ຫ້ອງຮັບແຂກ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ນຳອີກ.

You may also like

error: ເນື້ອໃນ ຢູ່ເວັບໄຊນີ້ຖືກປ້ອງກັນ !! Content is protected !!