ຄະນະ ສພວ ນຳໂດຍ ທ່ານ ນ. ໄມຕີ ວົງຄຳຊາວ, ຫົວໜ້າ ສພວ ຕ້ອນຮັບ ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າ ກມວ ພ້ອມດ້ວຍຄະນະ ລົງຢ້ຽມຢາມຫ້ອງທົດລອງ ສພວ ເພື່ອປືກສາຫາລືກັນ ແລະ ກວດເບີ່ງເຄື່ອງມືອຸປະກອນຂອງຫ້ອງທົດລອງ ສພວ ໃນການຊອກຫາຊ່ອງທາງການຮ່ວມມືກັນດ້ານການບໍລິການມາດຕະຖານ
1. ສຶກສາ,ຄົ້ນຄວ້າ, ທົດລອງ, ດັດແປງ, ນຳໃຊ້ ເຕັກໂນໂລຊີ ພະລັງງານທົດແທນ ປະເພດຕ່າງໆ ເປັນຕົ້ນ ພະລັງງານແກັສຊີວະພາບ, ຊີວະມວນ, ເຊື້ອໄຟຊີວະພາບ ທີ່ເໝາະສົມຈາກສາກົນ ເຂົ້າມານຳໃຊ້ພາຍໃນປະເທດ; 2. ສ້າງລາຍຮັບວິຊາການກ່ຽວກັບການຄົ້ນຄວ້າ, ພັດທະນາ, ຖ່າຍທອດ, ສົ່ງເສີມ, ນຳໃຊ້ ແລະ ບໍລິການໃນເຂດ ເຕັກໂນໂລຊີ ພະລັງງານຊີວະພາບ ເພື່ອແນໃສ່ກະຕຸຊຸກຍູ້ ຫົວຄິດປະດິດສ້າງ, ທ່າແຮງທີ່ບົ່ມຊ້ອນ, ຄວາມກະຕືລືລົ້ນ ແລະ ແກ້ໄຂຊີວິດການເປັນຢູ່ ຂອງວິຊາການ; 3. ປະສານສົມທົບກັບບັນດາສະຖາບັນ, ມະຫາວິໄລ ແລະ ອົງການຈັດຕັ້ງພາຍໃນປະເທດ ເພື່ອດຳເນີນ ການຄົ້ນຄວ້າ, ວິໄຈ, ຕິດຕາມ, ກວດສອບ, ປະເມີນຜົນ, ຢັ້ງຢືນ ການນຳເຂົ້າ ແລະ ການນຳໃຊ້ເຕັກໂນໂລຊີ ພະລັງງານຊີວະພາບ
ຂະໜາດ 750 w(1HP) ຈຳນວນ 2 ຊຸດ, ສາມາດສະໜອງນໍ້າໄດ້ 3-5 ແມັດກ້ອນ/ຊົ່ວໂມງໃສ່ສວນປູກໝາກນາວ ແລະ ຕົ້ນໄມ້ເສດຖະກິດ.
ສຶກສາ, ຄົ້ນຄວ້າ, ເລືອກເຟັ້ນນຳໃຊ້, ດັດປັບ ເຕັກໂນໂລຊີພະລັງງານທົດແທນແລະພະລັງງານທາງເລືອກໃໝ່ ເປັນຕົ້ນ: ພະລັງງານຊີວະພາບ, ແສງຕາເວັນ, ລົມ, ກຳມັດຕະພາບລັງສີ, ຄວາມຮ້ອນໄຕ້ດິນ, ອຸນຫະພູມ, ພະລັງງານຄື້ນ, ໄຮໂດຣເຈນ ແລະ ພະລັງງານອື່ນໆ, ວິສະວະກຳພະລັງງານ ແລະ ວັດສະດູພະລັງງານ ຈາກພາຍໃນ ແລະ ຕ່າງປະເທດ ໃຫ້ ເໝາະສົມກັບສະພາບເງື່ອນໄຂ ແລະ ຄວາມຕ້ອງການພາຍໃນປະເທດ ປະສານສົບທົບກັບບັນດາສະຖາບັນ, ມະຫາວິທະຍາໄລ ແລະ ອົງການຈັດຕັ້ງອື່ນໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອດຳເນີນການຄົ້ນຄວ້າ, ພັດທະນາການຜະລິດ ແລະ ນຳໃຊ້ ເຕັກໂນໂລຊີພະລັງງານທົດແທນແລະພະລັງງານທາງເລືອກໃໝ່ພົວພັນຮ່ວມມື, ພົບປະເຈລະຈາ ແລະ ປະສານງານ ກັບອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ຮ່ວມມື ດ້ານການຄົ້ນຄວ້າພັດທະນາພະລັງງານທົດແທນແລະພະລັງງານທາງເລືອກໃໝ່.